ຖະແຫລງການຮ່ວມຫວຽດນາມ-ນິວເຊີແລນ

ຖະແຫລງການຮ່ວມຫວຽດນາມ-ນິວເຊີແລນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ​ນ​ຢູງ ແລະ ທ່ານ​ນາ​ຍົກ
ລັດ​ຖະ​ມົນ​ຕີ ນິວ​ເຊີ​ແລນJohn Key

(vovworld)-ຫວຽດ​ນາມ ແລະ ນິວ​ເຊີ​ແລນ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ເຊີ​ແລນ John Key ແຕ່​ວັນ​ທີ 14-17/11. ຖະ​ແຫລງ​ການ​ຮ່ວມ​ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ຢ້ຽມ​ຢາມ​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ເຊີ​ແລນ John Key ໄດ້​ເຈ​ລະ​ຈາ​ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​​ຈ້ອງ, ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ.

ທີ່​ການ​ເຈ​ລະ​ຈາ​, ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ຫ​ນັບ​ສະ​ຫ​ນູນ ແລະ ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ເພີ່ມ​ທະ​ວີ​ການ​ຊອກ​ຫາ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃຫມ່, ມຸ່ງ​ໄປ​ເຖິງ​ບັນ​ລຸ​ຄາດ​ໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ 1,7 ຕື້ USD ໃນ​ປີ 2020. ນິວ​ເຊີ​ແລນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ຫ​ນັບ​ສະ​ຫ​ນູນ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ APEC ​ໃນ​ປີ 2017 ສຳ​ເລັດຜົນ. ສອງ​ຝ່າຍ​ຢືນ​ຢັນ​ຄືນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້​ນ​ອາ​ຊຽນ. ສອງ​ຝ່າຍ​ເນັ້ນ​ຫ​ນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ບ​ັນ​ດາ​ຝ່າຍ​ໃນການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ທາບ​ທາມ​ຄຳ​ເຫັນ ແລະ ຮ່ວມ​ມື​ຢ່າງ​ແຫ​ນ້ນ​ແຟ້ນ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ​ທີ່​ສຳ​ຄັນ.

ການ​ນຳ​ສອງ​ປະ​ເທດ ຜ່ານ​ບັນ​ດາ​ຂໍ້​ລິ​ເລີ່ມ: ສືບ​​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຜັນ​ຂະ​ຫ​ຍາຍ​ປະ​ສິດ​ທິ​ຜົນ​ແຜນ​ການ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຮ່ວມ​ມື​ການ​ສຶກ​ສາ, ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ສຶກ​ສາ​ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ສຶກ​ສາ​ຄຸນ​ນະ​ພາບ​ສູງ​ຢູ່ ນິວ​ເຊີ​ແລນ ພ້ອມ​ທັງ ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ