ຖະແຫລງການຮ່ວມຫວຽດນາມ-ໂມຊຳບີກ

ຖະແຫລງການຮ່ວມຫວຽດນາມ-ໂມຊຳບີກ - ảnh 1
ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງຢ້ຽມ​ຢາມ​ໂມ​ຊຳ​ບີກ



 (vovworld)- ພາຍ​ຫລັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ໂມ​ຊຳ​ບີກ ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​ໃຫ້​ຮູ້​ວ່າ: ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ເຮັດ​ໃຫ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​​ຄື: ກະ​ສິ​ກຳ, ລ້ຽງ​ປູກ​ສິນ​ໃນ​ນ້ຳ, ການ​ຂົນ​ສົ່ງ​ທາງ​ທະ​ເລ, ການ​ບິນ, ການ​ສຶກ​ສາ​ບຳ​ລຸງ​ສ້າງ, ສາ​ທາ​ລະ​ນະ​ສຸກ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ກໍ​ຄື​ແລກ​ປ່ຽນ​ບົດ​ຮຽນ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ. ສອງ​ຝ່າຍ​ເຫັນ​ດີ ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ ແລະ ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລື່ນ​ກາຍ​ 500 ລ້ານ USD ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ. ໂມ​ຊຳ​ບີກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ ແລະ ຫນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຫວຽດ​ນາມ ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ໂມ​ຊຳ​ບີກ. ຖະ​ແຫລງ​ການ​ຊີ້​ແຈ້ງວ່າ ສອງ​ຝ່າຍ​ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ​ກົນ​ໄກ​ທາບ​ທາມ​ຄຳ​ເຫັນ ແລະ ປະ​ສານ​ສົມ​ທົບ​ບັນ​ດາ​ບັນ​ຫາ​ຫລາຍ​ຝ່າຍ ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ຍຸ​ຕິ​ທຳ​ກວ່າ. ຫວຽດ​ນາມ ຕີ​ລາ​ຄາ​ສູງ​ເລື່ອງ ໂມ​ຊຳ​ບີກ ໄດ້ ແລະ ພວມ​ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ ຢູ່ ສ​ປ​ຊ ແລະ ໃນ​ບັນ​ດາ​ອົງ​ການ​ສາ​ກົນ. ສອງ​ຝ່າຍ​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ສືບ​ຕໍ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ແລະ ສາ​ກົນ. ບົນ​ຈິດ​ໃຈ​ນັ້ນ ສອງ​ຝ່າຍ​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ.

 

ຂ່າວ/ບົດ​ອື່ນ