ທຸກຂໍ້ມູນຂ່າວສຳຄັນກ່ຽວກັບສະພາບການຂອງປະເທດຊາດລ້ວນແຕ່ມີລັກສະນະການຕ່າງປະເທດ

(VOVWORLD) -ຕອນບ່າຍວັນທີ 26 ທັນວາ ຢູ່ ນະຄອນໂຮ່ຈິມີນ ໄດ້ດຳເນີນກອງປະຊຸມທົ່ວປະເທດສະຫລຸບວຽກງານຖະແຫລງຂ່າວໃຫ້ຕ່າງປະເທດ
ທຸກຂໍ້ມູນຂ່າວສຳຄັນກ່ຽວກັບສະພາບການຂອງປະເທດຊາດລ້ວນແຕ່ມີລັກສະນະການຕ່າງປະເທດ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມ 

ໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະ ການຂີດເສັ້ນຊາຍແດນ, ປັກຫລັກໝາຍຊາຍແດນປີ 2017; ຜັນຂະຫຍາຍຫນ້າທີ່ປີ 2018. ປີ 2017, ຫວຽດນາມ ຈັດຕັ້ງການເຄື່ອນໄຫວໃຫຍ່ຫລາຍຢ່າງຄື: ເປັນຄັ້ງທີສອງຈັດຕັ້ງກອງປະຊຸມສຸດຍອດ APEC, ປີມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ, ສະເຫລີມສະຫລອງ 40 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ສປຊ, ສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ..ສຳເລັດຜົນ. ວຽກງານຖະແຫລງຂ່າວໃຫ້ຕ່າງປະເທດ, ໂຄສະນາເຂດທະເລໝູ່ເກາະ, ຂີດເສັ້ນຊາຍແດນ, ປັກຫລັກໝາຍຊາຍແດນ ແລະ ຄຸ້ມຄອງເຂດຊາຍແດນທາງບົກບັນລຸບັນດາໝາກຜົນສຳຄັນ, ປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການພັດທະນາຂອງປະເທດຊາດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານຖະແຫລງຂ່າວໃຫ້ຕ່າງປະເທດໄດ້ເນັ້ນຫນັກວ່າ:

        “ສືບຕໍ່ປັບປຸງການຈັດຕັ້ງ, ກົນໄກຊີ້ນຳນຳພາໃຫ້ສົມບູນແບບ, ສົມທົບກັນເຄື່ອນໄຫວຖະແຫລງຂ່າວໂຄສະນາໃຫ້ຕ່າງປະເທດ, ຊາບຊືມບັນດາທັດສະນະ, ນະໂຍບາຍ ແລະ ການເຄື່ອນໄຫວການຕ່າງປະເທດຢ່າງເລິກເຊິ່ງ ຊື່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກ. ຜັນຂະຫຍາຍບັນດາໝວດຫນ້າທີ່ ແລະ ມາດຕະການຖະແຫລງຂ່າວໃຫ້ຕ່າງປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ