ທິມຊາດfutsanຍິງຫວຽດນາມເປັນຄັ້ງທຳອິດທີ່ໄດ້ເຂົ້າຮອບຮອງຊະນະເລີດໃນການແຂ່ງຂັນກິລາຊິງແຊ້ມອາຊີ

(VOVWORLD) -ຕອນຄ່ຳວັນທີ 09 ພຶດສະພາ, ຢູ່ປະເທດໄທ, ທິມຊາດ futsan ຍິງຫວຽດນາມ ຍາດໄດ້ໄຊຊະນະ 2 – 1 ກັບຄູ່ແຂ່ງອິນໂດເນເຊຍ, ຜ່ານນັ້ນໄດ້ເຂົ້າໄປຫຼີ້ນໃນຮອບຮອງຊະນະເລີດ ການແຂ່ງຂັນກິລາຊິງແຊ້ມອາຊີ 2018.

ທິມຊາດfutsanຍິງຫວຽດນາມເປັນຄັ້ງທຳອິດທີ່ໄດ້ເຂົ້າຮອບຮອງຊະນະເລີດໃນການແຂ່ງຂັນກິລາຊິງແຊ້ມອາຊີ - ảnh 1 ທິມຊາດ futsan ຍິງຫວຽດນາມ

(ພາບ: vietnamnet.vn)

ວັນທີ 10 ພຶດສະພາ, ທິມຊາດ futsan ຍິງຫວຽດນາມ ພົບກັບຄູ່ແຂ່ງອີຣານ ເຊິ່ງແມ່ນທິມຮັບຊະນະເລີດໃນຄັ້ງກ່ອນ.

      ໃນຂະນະນັ້ນ, ການແຂ່ງຂັນກິລາຊິງແຊ້ມບານເຕະຍິງ U16 ອາຊີຕາເວັນອອກສ່ຽງໃຕ້ທິມຊາດ U16 ຫວຽດນາມ ຍາດໄດ້ໄຊຊະນະ 1 ປະຕູຕໍ່ 0 ກັບທິມຊາດມາເລເຊຍ ໃນນັດຊຸດທ້າຍເພື່ອຍາດເອົາໄຊຊະນະເຂົ້າໄປຫຼີ້ນໃນຮອບຊະນະ. ນັດແຂ່ງຂັ້ນຮອງຊະນະເລີດລະຫວ່າງ U16 ຫວຽດນາມ ແລະ U16 ໄທ ຈະດຳເນີນໃນເວລາ 15 ໂມງ ຂອງວັນທີ 11 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ