ທິມບານ​ສົ່ງຍິງ ຫວຽດ​ນາມ ສ້າງ​ຜົນ​ງານປະ​ຫວັດ​ສາດ​ຢູ່ FIVB Challenger Cup 2024

(VOVWORLD) - ທິມບ້ານສົ່ງຍິງ ຫວຽດນາມ ໄດ້ສ້າງສິ່ງມະຫັດສະຈັນທີ່ງານແຂ່ງຂັນສາກົນ FIVB Challenger Cup 2024, ທີ່ໄດ້ດຳເນີນຢູ່ ຟີລິບປິນ, ພາຍຫຼັງເອົາຊະນະ ທິມບານສົ່ງຍິງ ແບນຊິກ ເພື່ອຄ້ວາໄດ້ຫຼຽນທອງໃນວັນທີ 7 ກໍລະກົດ.

ທິມບານ​ສົ່ງຍິງ ຫວຽດ​ນາມ ສ້າງ​ຜົນ​ງານປະ​ຫວັດ​ສາດ​ຢູ່ FIVB Challenger Cup 2024 - ảnh 1ນັກກິລາບານສົ່ງ ຫງວຽນທິບິກຕວຽນ (ພາບ:volleyballworld.com)

ຜົນງານນີ້ໄດ້ສ້າງຂີດໝາຍເປັນຄັ້ງທຳອິດ ທິມບານສົ່ງຍິງ ຫວຽດນາມ ຄ້ວາໄດ້ຫຼຽນທອງຢູ່ງານແຂ່ງຂັນລະດັບສູງຄື FIVB Challenger Cup 2024. ດ້ວຍໄຊຊະນະນີ້, ຫວຽດນາມ ໄດ້ຮັບຕື່ມອີກ 6,3 ຄະແນນໃນຕາຕະລາງຈັດອັນດັບໂລກ ແລະ ກ້າວຂຶ້ນ 2 ອັນດັບ, ຂຶ້ນເຖິງອັນດັບ 32 ໃນໂລກ ເຊິ່ງແມ່ນອັນດັບສູງທີ່ສຸດໃນປະຫວັດສາດກິລາບານສົ່ງຍິງ ຫວຽດນາມ.

ງານແຂ່ງຂັນບານສົ່ງ FIVB Challenger Cup 2024 ໄດ້ດຳເນີນແຕ່ວັນທີ 4 – 7 ກໍລະກົດ, ຢູ່ສະໜາມກິລາ Ninoy Aquino (Manila, ຟິລິບປິນ) ດ້ວຍການເຂົ້າຮ່ວມຂອງ 8 ທິມລວມມີ: ຟິລິບປິນ, ຫວຽດນາມ, Puerto Rico, ເຄນຢາ, ແບນຊິກ, ຊູແອັດ, ສ.ເຊັກໂກ ແລະ ອາກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ