ທ້ອງຖິ່ນຕ່າງໆຈັດຕັ້ງ ງານບຸນຍາມຕົ້ນລະດູ ບານໃໝ່ຢ່າງຟົດຟື້ນ ມ່ວນຊື່ນ

ທ້ອງຖິ່ນຕ່າງໆຈັດຕັ້ງ ງານບຸນຍາມຕົ້ນລະດູ ບານໃໝ່ຢ່າງຟົດຟື້ນ ມ່ວນຊື່ນ - ảnh 1
ງານ​ບຸນວັດບ້າຍດິ້ງ ຢູ່ແຂວງນິງບິງ

  Vovworld- ວັນ​ທີ 15/2, ກົງ​ກັບ​ວັນ​ທີ 6 ຂອງ​ບຸນ​ເຕັດ​ຫວຽດນາມ, ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ງານ​ບຸນຍາມ​ຕົ້ນ​ລະດູບານ​ໃໝ່ຢ່າງ​ຟົດ​ຟື້ນມ່ວນຊື່ນ. ຢູ່​ພາກ​ເໜືອ, ບັນດາ​ ພະສົງ​ສຳມະ​ເນັນ, ພໍ່​ແມ່​ພີ​ນ້ອງ​ຊາວ​ພຸດ, ​ແຂກ​ທີ່​ມາ​ຈາກ​ສາລະ​ທິດ​​ໄດ້​ມາ​ຮ່ວມ​ງານ​ບຸນວັດບ້າຍດິ້ງ ຢູ່ແຂວງນິງບິງ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີກອງໄຂງານບຸນ ​ແລະ ພ້ອມ​ກັບ​ແຂກ​ທັງຫຼາຍ​ເຂົ້າ​ຮ່ວມ​ພິທີ​ປ່ອຍ​ນົກ​ກັບ​ຄືນ​ສູ່​ທຳ​ມະ​ຊາດ, ພາວະນາ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາ​ຊົນມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ສົມບູນ​ພຸ​ນສຸກ.

    ​ໃນ​ຂະນະ​ດຽວ​ກັນ​ຢູ່​ຕາ​ແສງ​ດ້ອຍ​ເຊີນ, ​ເມືອງ​ຢີຕຽນ ​ແຂວງ ຮ່າ​ນາມ ​ໄດ້​ດຳ​ເນີນ​ງານ​ປະ​ກວດ​ແຕ້ມ​ປະດັບ​ປະດາ​ຄວາຍ. ມາ​ຮ່ວມ​ງານ​ປະ​ກວດ, ຜູ້​ຊົມ​ຈະ​ມີ​ຄວາມ​ປະ​ທັບ​ໃຈ​ຍ້ອນ​ຄວາຍ​ຫຼາຍ​ໂຕ​ໄດ້​ຮັບ​ການ​ແຕ້ມ​ປະດັບ​ປະດາ​ຢ່າງ​ສວຍ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ. ປ້າ ຫງວຽນ​ທິ​ເຫີ້ຍ ຢູ່​ຕາ​ແສງ ຮ່າຍ​ບາ​ຈຶງ ນະຄອນ​ຝູຫຼີ ​ແຂວງ ຮ່າ​ນາມ​ໃຫ້​ຮູ້​ວ່າ :

    “ ຢູ່​ທ້ອງ​ຖິ່ນ​ຕ່າງໆ, ລ້ວນ​ແຕ່​ມີ​ງານ​ບຸນ​ຄ້າຍຄື​ກັນ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ເຫັນ​ວ່າ​ຢູ່​ແຫ່ງ​ໃດ​ພັດ​ມີ​ງານ​ບຸນ ແຕ້ມ​ປະດັບ​ປະດາ​ຄວາຍ​ເຊັ່ນ​ນັ້ນ. ຕາມ​ການ​ເລົ່າ​ຂານ​ກັນ​ມາ​ວ່າ : ​ແຕ່ກີ້​ແຕ່​ກ່ອນ, ມີ​ເຈົ້າຊີວິດມາ​ນີ້​ໄຖ​ນາ, ດັ່ງ​ນັ້ນ​ພຽງ​ແຕ່​ຢູ່​ແຫ່ງ​ນີ້​ຈຶ່ງ​ມີ​ເທົ່າ​ນັ້ນ. ບັນດາ​ລວດລາຍ​ດ້ານ​ຈິດຕະກຳ​ລ້ວນ​ແຕ່​ມີ​ລັກສະນະ​ພື້ນ​ເມືອງ, ມັນ​ມີ​ຄວາມ​ງາມ​ແບບ​ພິ​ເສດ​ ​ແລະ ບໍ່ຄື​ກັບ​ຄວາຍ​ຢູ່​ຕາມ​ທົ່ງນາ​ໃນ​ມື້​ທຳ​ມະ​ດາ. ”

     ຢູ່​ແຂວງ ອຽນ​ບ້າຍ, ​ໄດ້​ດຳ​ເນ​ີນງານ​ບຸນ​ໃຫຍ່​ຕ່າງໆ​ໃນ​ຂອບ​ເຂດ​ລາຍການ​ທ່ອງ​ທ່ຽວມຸ່ງ​​ໄປ​ສູ່​ກົກ​ເຄົ້າ​ເຫງົ້າ​ກໍ ​ໂດຍ 3 ​ແຂວງ ອຽນ​ບ້າຍ, ຟູ້​ເຖາະ ​ແລະ ລາວກາຍ​ສົມທົບກັນ​ຈັດຂຶ້ນ. ທ່ານ​ນາງ ນົງ​ທິມິນ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ວັນ​ອຽນ ​ໃຫ້​ຮູ້​ວ່າ : 

      “ ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ພື້ນ​ເມືອງ ​ເພື່ອ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຄື ຂີ່​ຊິງ​ຊາ, ​ໂຍນ​ໝາກ​ຄອນ, ຕີມວຍ​ປ້ຳ, ດຶງ​ເຊືອກ ​ແລະ ຈັດການ​ແຂ່ງຂັນ​ກິລາ​ບານ​ສົ່ງ. ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ ​ໄດ້​ດຶງ​ດູດ​ພໍ່​ແມ່​ພີ​ນ້ອງ​ຢູ່​ອ້ອມ​ເຂດ ​ແລະ ​ແຂກ​ທ່ອງ​ທ່ຽວ​ມາ​ຊົມ​ເບິ່ງ​ຢ່າງ​ຫຼວງ​ຫຼາຍ ”

   ສ່ວນ​ຢູ່​ໝູ່​ບ້ານ​ຖູ​ເລ້, ​ເມືອງ​ກວາງ​ດຽນ ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄດ້​ຈັດ​ງານ​ແຂ່ງຂັນ​ມວຍ​ປ້ຳ​ພື້ນ​ເມືອງອັນ​ໄດ້​ດຶງ​ດູດ​ພໍ່​ແມ່​ພີ​ນ້ອງ​ຢູ່​ອ້ອມ​ເຂດ ​ແລະ ​ແຂກ​ທ່ອງ​ທ່ຽວ​ມາ​ຊົມ​ເບິ່ງ​ຢ່າງ​ຫຼວງ​ຫຼາຍ. ລຸງ ​ໂງ​ເທີ່​ຍຟອງ ຊາວບ້ານຖູ​ເລ້, ​ເມືອງ​ກວາງ​ດຽນ ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ :

    “ ​ໃນ​ວັນ​ທີ 6 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ​ແຕ່ລະປີ, ຊາວບ້ານ​ໄດ້​ຈັດ​ພິທີ​ໄຫວ້​ບູຊາ​ຍາມຕົ້ນ​ລະດູບານ​ໃໝ່​ເພື່ອ ພາວະນາ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາ​ຊົນມີ​ສຸຂະພາບ​ເຂັ້ມ​ແຂງ, ມີຄວາມ​ອີ່ມ​ໜຳ​ສຳລານ ​ແລະ ສົມບູນ​ພຸ​ນສຸກ. ຖັດຈາກ​ນັ້ນ ​ແມ່ນ​ຈະຈັດ​ງານ​ແຂ່ງຂັນ​ມວຍ​ປ້ຳ​ພື້ນ​ເມືອງ ​ເພື່ອ​ເປັນ​ການ​ຝຶກ​ແອບສຸຂະພາບ​ຮ່າງກາຍ​ໃຫ້​ແກ່​ຊາວບ້ານ ”
ຂ່າວ/ບົດ​ອື່ນ