ທ້ອງຖີ່ນຕ່າງໆຈັດຕັ້ງວັນກະວີຫວຽດນາມ

ທ້ອງຖີ່ນຕ່າງໆຈັດຕັ້ງວັນກະວີຫວຽດນາມ - ảnh 1
ວັນ​ກະວີ​ຫວຽດນາມ ຢູ່ ວັນ​ມ໋ຽວ - ກວົກຕືຢ໋າມ
(ພາບປະກອບ)

(vovworld) – ວັນ​ກະວີ​ຫວຽດນາມ​ຖືກ​ຈັດ​ຕັ້ງ​ແຕ່​ວັນ​ທີ 22-26/2 ຢູ່ 40 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ວັນ​ມ໋ຽວ - ກວົກຕືຢ໋າມ (ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ) ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ ​ແມ່ນ​ສະຖານ​ທີ່​ຕົ້ນ​ຕໍ່​ຂອງ​ວັນ​ກະວີ​ຫວຽດນາມ. ”​ໄວ​ໜຸ່ມ​ກັບປະ​ເທດ​ຊາດ” ​ແມ່ນ​ຫົວ​ຂໍ້​ຂອງ​ວັນ​ກະວີ​ຫວຽດນາມ​ປີ 2013 ​ເຊິ່ງ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/2 ຢູ່ ວັນ​ມ໋ຽວ - ກວົກຕືຢ໋າມ. ກ່າວ​ຄວາມ​ເຫັນ​ໄຂ​ພິທີ, ນັກ​ກະວີ ຫື​ວຖີງ, ປະທານ​ສະມາຄົມ​ນັກ​ປະພັນ​ຫວຽດນາມ, ຊີ້​ແຈ້ງວ່າ:

        ”ວັນ​ກະວີ​ປີ​ນີ້, ນອກຈາກ​ກະວີ​​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄູ​ອາຈານ, ນັກສຶກສາ​ມະຫາວິທະຍາ​ໄລ ​ແລະ ນັກຮຽນມັດ​ຖະຍົມ​ຕອນ​ປ່າຍ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ວັນ​ກະວີ​ປີ​ນີ້​ແມ່ນ​ການ​ສົມທົບ​ທີ່​ດີງາມ​ລະຫວ່າງ​ອະດີດຕະການ ​ແລະ ປະຈຸ​ບັນ, ລະຫວ່າງ​ປະ​ເທດ​ຊາດ ​ແລະ ​ໄວ​ໜຸ່ມ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.

ຄຽງ​ຂ້າງ​ການ​ເຄື່ອນ​ໄຫວ​ວາງສະ​ແດງ​ບົດ​ກະວີ, ອ່ານ​ກະວີ​ແລ້ວ, ວັນ​ກະວີ ວັນ​ມ໋ຽວ - ກວົກຕືຢ໋າມ ປີ​ນີ້​ຍັງ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ງານ​ວາງສະ​ແດງ​ແຜນ​ທີ່​ຕົ້ນ​ສະບັບ​ທີ່​ຢັ້ງຢືນ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ງານ​ວາງສະ​ແດງ 70 ປີ ​ແຫ່ງ​ວັດທະນະທຳ​ກູ້​ຊາດ…

ວັນ​ທີ 24/2, ຢູ່​ຮ່າ​ນາມ ກໍ່​ຈັດ​ຕັ້ງ​ງານ​ບຸນ​ກະວີ ດ້ວຍ​ຫົວ​ຂໍ້​ວ່າ ”​ໄວ​ໜຸ່ມ​ກັບປະ​ເທດ​ຊາດ”. ບັນດາ​ນັກ​ກະວີ​ໄດ້​ແນະນຳ​ບົດກະວີ​ຂອງ​ຕົນ​ທີ່​ຍ້ອງຍໍ​ກ່ຽວ​ກັບ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ບຸນ​ຄູນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ ​ໂຮ່ຈີ​ມິນ ທີ່​ມີ​ຕໍ່​ປະ​ເທດ​ຊາດ.

ຕອນ​ຄຳ່​ວັນ​ທີ 24/2, ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັບ​ພັນ​ເທື່ອ​ຄົນ​ໄດ້​ພາກັນ​ໄປ​ນະຄອນ ​ໂຮ້ຍອານ, ​ແຂວງ​ກວາງ​ນາມ ​ເພື່ອ​ເຂົ້າ​ຮ່ວມ​ວັນ​ກະວີ​ຫວຽດນາມ, ກໍ່​ຄື​ການ​ເຄື່ອນ​ໄຫວ​ສິລະ​ປະວັດ​ທະນະ​ທຳ​ອື່ນໆ​ຂອງ​ນະຄອນ. ດວນ​ຈາງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ວິ້ງ​ລອງ, ​ແບ່ງປັນ​ວ່າ:

”ມາ ​ໂຮ້ຍອານ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ພິ​ເສດ​ໃນ​ປີ. ພວກ​ນ້ອງ​ມີ​ໂອກາດ​ຊອກ​ຮູ້​ຕື່ມ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ພິ​ເສດທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ນະຄອນ​ນີ້. ”

​ຕອນ​ເຊົ້າ​ວັນ​ທີ 24/2 ​ແຂວງ​ກວາງ​ຫງາຍ​ ​ແລະ ​ແຂວງ ທ້າຍ​ງຽວນກໍ່​ຈັດ​ຕັ້ງ​ວັນ​ກະວີ​ຫວຽດນາມ ​ເຊັ່ນ​ດຽວ​ກັນ.

 

 

 

 

 

 

ຂ່າວ/ບົດ​ອື່ນ