ທ້ອງຖິ່ນຕ່າງໆຈັດຕັ້ງວັນບຸນບໍລິຈາກເລືອດໃນປີ2018
(VOVWORLD) -ຕອນເຂົ້າວັນທີ 14 ມັງກອນ, ມີຜູ້ອາສາສະໝັກກວ່າ 1.500 ຄົນຊື່ງແມ່ນພະນັກງານ, ຊາວຫນຸ່ມ, ນັກຮຽນ, ນັກສຶກສາ ແຂວງ ແທງຮວາ ໄດ້ເຂົ້າຮ່ວມວັນບຸນບໍລິຈາກເລືອດ ດ້ວຍຫົວຂໍ້ “ວັນອາທິດບໍລິຈາກເລືອດຄັ້ງທີ 10 ປີ 2018”. ທີ່ລາຍການ, ຄະນະຈັດຕັ້ງໄດ້ຮັບເລືອດຈາກການບໍລິຈາກແມ່ນ 700 ຖົງ.
ຊາວຫນຸ່ມເຂົ້າຮ່ວມການບໍລິຈາກເລືອດ
ພາບ:bao yen bai
|
ຢູ່ແຂວງເງ້ອານ, ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດແຂວງ ໄດ້ຈັດຕັ້ງວັນ “ອາທິດບໍລິຈາກເລືອດ”ຄັ້ງທີ 10 ປີ 2018 ເຊັ່ນດຽວກັນ. ນະທີ່ນີ້ ມີພະນັກງານ, ຊາວຫນຸ່ມ ກວ່າ 1000 ຄົນຈົດທະບຽນເຂົ້າຮ່ວມ ແລະ ຄາດວ່າ ຈະໄດ້ຮັບເລືອດຈາກການບໍລິຈາກ ແມ່ນເກືອບ 1000 ຖົງ.
ສ່ວນຢູ່ແຂວງ ດົງນາຍ, ອຽນບາຍ ກໍ່ໄດ້ຈັດຕັ້ງວັນບຸນ ບໍລິຈາກເລືອດ ແລະ ຄາດວ່າ ຈະໄດ້ຮັບເລືອດຈາກການບໍລິຈາກກວ່າ 520 ຖົງ.
ໃນໄລຍະ 9 ປີຈັດຕັ້ງວັນບຸນດັ່ງກ່າວ (2008-2017), ຂະບວນການບໍລິຈາກເລືອດໃນວັນອາທິດ ໄດ້ຂົນຂວາຍຜູ້ມາບໍລິຈາກເລືອດເປັນຈຳນວນຫລວງຫລາຍ ແລະ ໄດ້ຮັບເລືອດ ຈາກການບໍລິຈາກແມ່ນ 70.000 ຖົງ.