ທ້ອງຖິ່ນຕ່າງໆຕ້ອນຮັບນັກທ່ອງທ່ຽວຍາມຕົ້ນປີ 2018

(VOVWORLD) - ຕອນເຊົ້າວັນທີ 01 ມັງກອນ, ທ່ານ Lebreton Didier, ນັກທ່ອງທ່ຽວມາຈາກປາຣີ, ປະເທດຝລັ່ງ ຂີ່ເຮືອບິນໝາຍເລກ VN 18 ຂອງບໍລິສັດການບິນ Vietnam Airlines ໄດ້ມາຮອດສະໜາມບິນສາກົນ ໂນ້ຍບ່າຍ

ທ້ອງຖິ່ນຕ່າງໆຕ້ອນຮັບນັກທ່ອງທ່ຽວຍາມຕົ້ນປີ 2018 - ảnh 1 ທ້ອງຖິ່ນຕ່າງໆຕ້ອນຮັບນັກທ່ອງທ່ຽວຍາມຕົ້ນປີ 2018

(ພາບປະກອບ)

ທ່ານແມ່ນນັກທ່ອງທ່ຽວຜູ້ທຳອິດມາຮ່າໂນ້ຍ ໃນປີ ໃໝ່ 2018. ທ່ານ Lebreton Didier ແບ່ງປັນວ່າ, ນີ້ແມ່ນຄັ້ງທີ 3 ທ່ານມາຫວຽດນາມ ແລະ ຈະທ່ອງທ່ຽວຢູ່ຫວຽດນາມ ພ້ອມກັບເມຍຂອງຕົນເປັນເວລາ 1 ເດືອນເພື່ອຄົ້ນຫາຄວາມງາມຂອງຫວຽດນາມ.

        ຂະແໜງທ່ອງທ່ຽວນະຄອນດ່ານັ້ງ ໄດ້ຕ້ອນຮັບເຮືອບິນມາຈາກສ.ເກົາຫຼີ ລົງຈອດຢູ່ສະໜາມບິນສາກົນດ່ານັ້ງ ໃນເວລາ 9 ໂມງ 20 ນາທີ ໃນຕອນເຊົ້າວັນທີ 01 ມັງກອນ, ໄດ້ບັນທຸກຜູ້ໂດຍສານ 200 ຄົນມາຢ້ຽມຢາມນະຄອນ.

        ນັກທ່ອງທ່ຽວຫວຽດນາມ ແລະ ສາກົນ 11 ຄົນ ໄດ້ມາຮອດນະຄອນໂຮ່ຈິມິນ ໃນວັນທີ 01 ມັງກອນ 2018 ແລະ ໄດ້ຮັບການຕ້ອນຮັບຢ່າງສະໜິດສະໜົມໃນຕອນເຊົ້າວັນທີ 01 ມັງກອນ.

        ແລະກໍ່ໃນຕອນເຊົ້າວັນທີ 01 ມັງກອນ, ໄດ້ມີນັກທ່ອງທ່ຽວ 1,5 ໝີ່ນເທື່ອຄົນມາຢ້ຽມຢາມອ່າວຮ້າລອງ ໃນມື້ທຳອິດຂອງປີ 2018. ປີ 2018, ແມ່ນປີທີ່ແຂວງກວາງນິງ ເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ, ນີ້ແມ່ນກາລະໂອກາດເພື່ອໃຫ້ແຂວງກວາງນິງ ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມອ່າວຮ້າລອງ ຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ