ທ້ອງຖິ່ນຕ່າງໆປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຕ້ານການໃຊ້ຄວາມຮຸນແຮງ 2017

(VOVWORLD) -ຕອນບ່າຍວັນທີ 14 ພະຈິກ, ຢູ່ເມືອງ ບາວທັ໋ງ, ຄະນະກຳມະການປະຊາຊົນແຂວງ ລາວກາຍ ໄດ້ຈັດພິທີປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຕ້ານການໃຊ້ຄວາມຮຸນແຮງປີ 2017, ໃນລະຫວ່າງວັນທີ 15 ພະຈິກ ຫາ 15 ທັນວາ

ທ້ອງຖິ່ນຕ່າງໆປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຕ້ານການໃຊ້ຄວາມຮຸນແຮງ 2017 - ảnh 1 ຄະນະກຳມະການປະຊາຊົນແຂວງ ລາວກາຍ ຈັດພິທີປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຕ້ານການໃຊ້ຄວາມຮຸນແຮງປີ 2017

(ພາບ: baolaocai.vn)

ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈຢຸດຕິການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ”. ເພື່ອຜັນຂະຫຍາຍເດືອນກະທຳຢ່າງມີປະສິດທິຜົນ, ແຂວງ ລາວກາຍ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ເພີ່ມທະວີບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່, ສຶກສາອົບຮົມຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດ, ຄວາມຮັບຮູ້ກ່ຽວກັບເພດ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນໝູ່ປະຊາຄົມທຸກຊັ້ນວັນນະກວ່າອີກ.

        ແລະກໍ່ໃນວັນດຽດກັນ, ແຂວງ ເຮົ້າຢາງ ກໍ່ໄດ້ຈັດພິທີປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປ້ອງກັນຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດປີ 2017, ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຢຸດຕິການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ” ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ