ທ້ອງຖິ່ນຕ່າງໆຢູ່ຫວຽດນາມເອົາໃຈໃສ່ເຖິງການຕ້ອນຮັບບຸນເຕັດໃຫ້ແກ່ຄົນທຸກຍາກ


ທ້ອງຖິ່ນຕ່າງໆຢູ່ຫວຽດນາມເອົາໃຈໃສ່ເຖິງການຕ້ອນຮັບບຸນເຕັດໃຫ້ແກ່ຄົນທຸກຍາກ - ảnh 1
ເດັກ​ນ້ອຍ​ໄດ້​ຮັບ​ຂອງ​ຂວັນ​ຍາມ​ບຸນ​ເຕັດ

(vovworld)- ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ວອກ 2016 ມໍ່​ຈະ​ເຖິງ, ວັນ​ທີ 15/1 ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ເພື່ອ​ຫນູນ​ຊ່ວຍເດັດ​ນ້ອຍ, ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ທຸກ​ຍາກ.

   ຢູ່​ແຂວງວິ້​ຟຸກ, ສະ​ຫະ​ພັນ​ແຮງ​ງານ​ແຂວງ ໄດ້​ມອບ​ຂອງ​ຂວັນ 210 ພູດ, ແຕ່​ລະ​ພູດ​ມີມູນ​ຄ່າ 5 ແສນ​ດົງ ໃຫ້​ແກ່​ກຳ​ມະ​ກອນ​ທີ່​ທຸກ​ຍາກ.

   ຢູ່​ແຂວງ​ຟູ້​ເຖາະ, ສະ​ພາ​ກາ​ແດງ​ແຂວງ ໄດ້​ລົງ​ໄປ​ມອບ​ຂອງ​ຂວັນ​ໃຫ້​ຜູ້​ທຸກ​ຍາກ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິ​ດສີ​ສົ້ມດີ​ໂອ​ຊິນ ແລະ ນັກ​ຮຽນ​ມີ​ສະ​ພາບ​ຄອບ​ຄົວ​ຫຍຸ້ງ​ຍາກ​ຢູ່​ຕາ​ແສງ​ຕື້ມີ້: ເມືອງ​ຕາມ​ນົງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ລາຍ​ການ “ບຸນ​ເຕັດ​ເພື່ອຄົນທຸກ​ຍາກ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິ​ດສີ​ສົ້ມດີ​ໂອ​ຊິນ” ລະ​ດູ​ບານ​ໃໝ່​ປີ​ວອກ 2016 ໂດຍ​ແຂວງ​ຟູ້​ເຖາະ​ປຸກ​ລະ​ດົມ.

     ສ່ວນ​ຢູ່​ແຂວງ​ເຊີນ​ລາ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ໄດ້ລົງ​ໄປ​ມອບ​ຂອງ​ຂວັນ​ໃຫ້​​ແກ່ 100 ຄອບ​ຄົວທຸກ​ຍາກ,ຄອບ​ຄົວ​ນອນ​ໃນ​ເປົ້າ​ໝາ​ນະ​ໂຍ​ບາຍຢູ່​ຕາ​ແສງ ຊ້ວຍ​ບາງ, ເມືອງ​ເວີນ​ໂຮ່ ແຂວງ ເຊີນ​ລາ. ຂອງ​ຂວັນ​ແຕ່​ລະ​ພູ​ມີ​ມູນ​ຄ່າ 5 ແສນ​ດົງ.

 

ຂ່າວ/ບົດ​ອື່ນ