ທ່ອງທ່ຽວ ຮ່າໂນ້ຍ ກະກຽມຕ້ອນຮັບກາລະໂອກາດໃໝ່

(VOVWORLD) -ນະຄອນ ຮ່າໂນ້ຍ ໄດ້ສ້າງແຜນການຟື້ນຟູ, ພັດທະນາການເຄື່ອນໄຫວດ້ານການທ່ອງທ່ຽວນະຄອນ ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ ປີ 2022-2023.
ທ່ອງທ່ຽວ ຮ່າໂນ້ຍ ກະກຽມຕ້ອນຮັບກາລະໂອກາດໃໝ່ - ảnh 1(ຂະແໜງທ່ອງທ່ຽວນະຄວນຫຼວງ ໄດ້ກຽມພ້ອມຕ້ອນຮັບນັກທ່ອງທ່ຽວ)

ນັບແຕ່ວັນທີ 15 ມີນາ, ລັດຖະບານ ຫວຽດນາມ ໄດ້ເຫັນດີເປີດປະຕູການເຄື່ອນໄຫວທ່ອງທ່ຽວທັງໝົດ. ຢູ່ຮ່າໂນ້ຍ, ພ້ອມກັບເລື່ອງເປີດປະຕູບັນດາການເຄື່ອນໄຫວທັງໝົດນັ້ນ, ຂະແໜງທ່ອງທ່ຽວນະຄວນຫຼວງ ໄດ້ກຽມພ້ອມຕ້ອນຮັບນັກທ່ອງທ່ຽວ. ນະຄອນ ຮ່າໂນ້ຍ ໄດ້ສ້າງແຜນການຟື້ນຟູ, ພັດທະນາການເຄື່ອນໄຫວດ້ານການທ່ອງທ່ຽວນະຄອນ ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ ປີ 2022-2023. ໃນນັ້ນ, ເອົາໃຈໃສ່ການຮັບປະກັນຄວາມປອດໄພຢູ່ບັນດາສະຖານທີ່ທ່ອງທ່ຽວ ແລະ ນັກທ່ອງທ່ຽວ; ສຸມໃສ່ສ້າງບັນດາຜະລິດຕະພັນທ່ອງທ່ຽວໃຫ້ມີຫຼາຍຮູບຫຼາຍແບບ, ເປັນເອກະລັກ, ດຶງດູດໃຈ ຕອບສະໜອງຄວາມຕ້ອງການໃໝ່ຂອງຕະຫຼາດ. ພະແນກທ່ອງທ່ຽວ ຮ່າໂນ້ຍ ພ້ອມກັບບັນດາອົງການຈັດຕັ້ງ, ວິສາຫະກິດທ່ອງທ່ຽວ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ, ການບິນ… ສົ່ງເສີມການເປີດປະຕູຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວນະຄອນ.

ໃນປີ 2022, ຮ່າໂນ້ຍ ໄດ້ຈັດຫຼາຍເຫດການຢູ່ລະດັບຊາດຄື: ງານບຸນມອບຂອງຂວັນທ່ອງທ່ຽວ, ງານບຸນອາຫານການກິນ, ງານບຸນຊຸດເສື້ອຍາວ ແລະ ບັນດາລາຍການກ່ຽວຂ້ອງເຖິງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games 31). ພ້ອມກັນນັ້ນ, ຈະໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງທ່ອງທ່ຽວ ເພື່ອຍູ້ແຮງການຟື້ນຟູ, ພັດທະນາ ແລະ ເພີ່ມທະວິກຳລັງແກ່ງແຍ້ງຂອງຂະແໜງທ່ອງທ່ຽວທາງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ