ທະນາຄານ ADB ສະຫນັບສະຫນູນ ການປະຕິຮູບໂຄງປະກອບການເງິນ ແລະ ລັດວິສາຫະກິດຂອງ ຫວຽດນາມ

ທະນາຄານ ADB ສະຫນັບສະຫນູນ   ການປະຕິຮູບໂຄງປະກອບການເງິນ ແລະ ລັດວິສາຫະກິດຂອງ ຫວຽດນາມ - ảnh 1
ການ​ປະຊຸມ​ຂ່າວ​ປະກາດ​ບົດລາຍ​ງານ​ແງ່​ຫວັງ​​ພັດທະນາ​ຂອງ ອາຊີ ປີ 2012
ພາບ:dantri.com.vn

(vovworld) - ທະນາຄານ​ພັດທະນາ ອາຊີ (ADB) ສະຫນັບສະຫນູນ​ບັນດາ​ແຜນການ​ປະຕິ​ຮູບ​ດ້ານການ​ເງິນ, ລັດ​ວິ​ສາ​ຫະກິດ​ຂອງ ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ສຳຄັນ​ຊື່​ງໄດ້​ຮັບ​ການ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ. ນີ້​ແມ່ນ​ເນື້ອ​ໃນ​​ໂດຍ​ແມ່ນ​ທະນາຄານ​ ADB ຍົກ​ອອກ​ທີ່​ການ​ປະຊຸມ​ຂ່າວ​ປະກາດ​ບົດລາຍ​ງານ​ແງ່​ຫວັງ​​ພັດທະນາ​ຂອງ ອາຊີ ປີ 2012 ຊື່​ງດຳ​ເນີນ​​ໃນ​ຕອນ​ເຊົ້າ​ວັນ​ທີ 3/10 ຢູ່ ຮ່າ​ໂນ້ຍ. ບົດລາຍ​ງານ​ແງ່​ຫວັງ​ພັດທະນາ ອາຊີ 2012 ​ໄດ້​ຮັບ​ຮູ້​ວ່າ: ການ​ຈະ​ເລີ​ນ​ເຕີບ​ໂຕ​ຂອງ ຫວຽດນາມ​ໃນ​ປີ​ນີ້​ແມ່ນ​ຢູ່​​ໃນ​ລະດັບ 5,1% ​ແລະ ປີ 2013 ​ແມ່ນ 5, 7%. ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄາດ​ຄະ​ເນ​ຢູ່​ ​ລະດັບ 7% ​ໃນ​ທ້າຍ​ປີ 2012, ນຳ​ອັດ​ຕາ​ສ່ວນ​ສະ​ເລ່ຍຂອງ​ທັງປີ​ຂຶ້ນ​ເຖິງ 9,1 % ​ແມ່ນ​ຕຳ​່ກວ່າ​ຫລາຍ​ເມື່ອ​ທຽບ​ກັບ​ການ​ຄາດ​ຄະ​ເນ​ກ່ອນ​ນີ້. ທະນາຄານ ADB ຖື​ວ່າ ​ແງ່​ຫວັງ​ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຂອງ ຫວຽດນາມ ​ແມ່ນ​ອີງ​ໃສ່​ຄວາມ​ສ່ຽງ​ໃນ​ຂົງ​ເຂດ​ການ​ເງິນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ Tomoyuki Kimura ຜູ້ອຳນວຍການ​ແຫ່ງ​ຊາດ ທະນາຄານ​ ADB ປະຈຳ ຫວຽດນາມ ຖື​ວ່າ: ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຂອງ ຫວຽດນາມ ອາດ​ຈະ​ຖືກ​ຜົນ​ສະທ້ອນ​ຈາກ​ລະດັບ​ຄວາມ​ໄວ​ການ​ແກ້​ໄຂ​ບັນດາ​ບັນຫາ​ໃນ​ຂົງ​ເຂດ​ການ​ເງິນ. ສະ​ນັ້ນ ຫວຽດນາມ ຄວນ​ຫລີກ​ລ້ຽງ​ທ່າ​ອ່ຽງປະຕິບັດ​ບັນດາ​ນະ​ໂຍບາຍ​ກົງກັນຂ້າມ​ຄື​ດັ່ງ​ເກີດ​ຂຶ້ນ​ໃນ​ປະຫວັດສາດ, ພິ​ເສດ​ຕ້ອງ​ຮັກສາ​ການ​ປະຕິ​ຮູບ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ເປັນ​ຈຸດ​ສຸມ.

 

ຕອບກັບ

ຂ່າວ/ບົດ​ອື່ນ