ທະນາຄານStandardCharteredຈະສືບຕໍ່ໜູນຊ່ວຍຫວຽດນາມໃນບັນດາບັນຫາເສດຖະກິດ

ທະນາຄານStandardCharteredຈະສືບຕໍ່ໜູນຊ່ວຍຫວຽດນາມໃນບັນດາບັນຫາເສດຖະກິດ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ
ຕ້ອນ​ຮັບ ທ່າ​ນ Nirukt Sapru)

(vovworld) –​​ທີ່​ການ​ຕ້ອນ​ຮັບ ທ່າ​ນ Nirukt Sapru, ຜູ້​ອຳ​ນ​ວຍ​ການ​ໃຫຍ່​ທະ​ນາ​ຄານ​ Standard Chartered ຫວຽດ​ນາມ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ຮັບ​ຜິດ​ຊອບ 5 ປະ​ເທດ​ກຸ່​ມ​ອາ​ຊ່ຽນ ແລະ ອາ​ຊີ​ໃຕ້, ໃນ​ຕອນ​ບ່າຍ ວັນ​ທີ 22/6, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ສະ​ເໜີ​ ທະ​ນາ​ຄານ Standard Chartered  ສືບ​ຕໍ່​ເພີ່ມ​ທະ​ວີ​ການໜູນ​ຊ່ວຍ​ບັນ​ດາ​ອົງ​ການ ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ໃນ​ວິ​ວັດ​ແຫ່ງ​ການ​ເຮັດ​ວຽກ​ກັບ​ບັນ​ດາ​​ອົງການ​ຈັດອັນ​ດັບ​ສາກົນ, ​ເຊິ່ງລວມ​ມີ​ການ​ແບ່ງ​ປັນ​ບົດ​​ຮຽນທີ່​ດີ ​ຂອງ​ສາ​ກົນ ແລະ ຍົກ​ອອກ​ຂໍ້​ສະ​ເໜີ​ແນະ ກັບ​ຫວຽດ​ນາມ ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ກາ​ນ​ພົວ​ພັນ​ຮ່ວມ​ມື. ພ້ອມ​ທັງ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ ກັບ​ບັນ​ດາ​ອົງ​ການ​ຕີ​ລາ​ຄາຄວາມ​ໄວ້​ວ​າງ​ໃຈ ເປັນ​ປະ​ຈຳ ເພື່ອ​ຊ່ວຍ​​ໃຫ້​ບັນ​ດາ​ອົງ​ການ​ນີ້ ມີ​​ຂໍ້​ສັງ​ເກດ​ຢ່າງ​ຮອບ​ດ້ານ, ອັດ​ຕະ​ວິ​ໄສ ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​-ສັງ​ຄົມ ຂອງ​ຫວຽດ​ນາມ, ເພີ່ມ​ທະ​ວີ​ຮູບ​ພາບ​​ທີ່​ຕັ້ງ ຂອງ​ຫວຽດ​ນາມ​ ໃນ​​ເວ​ທີ​ສາ​ກົນ​ເວົ້າ​ລວມ ແລະ ປະ​ຊາ​ຄົມ​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ​ ເວົ້າ​ສະ​ເພາະ. ສ່ວນ ທ່ານ Nirukt Sapru ຢັ້ງ​ຢືນ​ວ່າ: ທະ​ນາ​ຄານ​ Standard Chartered ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ອັບ​ເດດ, ແບ່ງ​ປັນ​ຕີ​ລາ​ຄາ​ກ່ຽວ​ກັບ​ຕະຫຼາດ​ການ​ເງິນ​ສາ​ກົນ, ພັດ​ທະ​ນາ​ຕະຫຼາດ​ການ​ເງິນ​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ອື່ນໆ.

 

ຂ່າວ/ບົດ​ອື່ນ