ທະນາຄານແຫ່ງລັດພ້ອມ ແລ້ວທີ່ຈະມີມາດຕະການ ຢ່າງແຮງເພື່ອຮັກສາອັດຕາ ແລກປ່ຽນເງິນຕາເປັນປົກກະຕິ

ທະນາຄານແຫ່ງລັດພ້ອມ ແລ້ວທີ່ຈະມີມາດຕະການ ຢ່າງແຮງເພື່ອຮັກສາອັດຕາ ແລກປ່ຽນເງິນຕາເປັນປົກກະຕິ - ảnh 1

(ພາບປະກອບ:gocom.vn)

(vovworld)- ວັນ​ທີ 10/7, ທ່ານ​ເລ​ມິງ​ຮຶງ ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຢືນຢັນ​ວ່າ: ດ້ວຍ​ຂອບ​ຂະໜາດ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ຂອງ​ລັດ​ພວມຢູ່​ໃນ​ລະດັບ​ສູງ​ຄື​ປະຈຸ​ບັນ. ທະນາຄານ​ແຫ່ງ​ລັດພ້ອມ​ແລ້ວ​ທີ່​ຈະ​ມີ​ຕາດ​ຕະການ​ຢ່າງ​ແຮງ​ເພື່ອ​ໜູນ​ຊ່ວຍ​ການ​ຊຳລະ​ໃຫ້​ຕະຫຼາດ. ຄຳ​ປະກາດ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ທີ່​ອັດຕາ​ແລກປ່ຽນ​ລະຫວ່າງ​ເງິນ​ຫວຽດນາມ​ດົ່ງ ​ແລະ ​ໂດ​ລາ​ສະຫະລັດ​ໃນ​ຕະຫຼາດ​ເສລີ​ພວມ​ມີ​ທ່າ​ເພີ່ມ​ຂຶ້ນ​ແຮງ ​ໃນ​ຂະນະ​ທີ່​ບັນດາ​ທະນາຄານ​ການ​ຄ້າ​ກໍ່​ໄດ້​ຕິດ​ປະກາດ​ອັດຕາ​ແລກປ່ຽນໃນ​ລະດັບ​ສູງ​ສຸດ. ທ່ານຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ເລ​ມິງ​ຮຶງ ​ໃຫ້​ຮູ້​ວ່າ: ຄວນ​ດຸ່ນດຽງ​ລະຫວ່າງລາຍ​ຮັບ​ລາຍ​ຈາ​ຍ​ເງິນຕາ​ຕ່າງປະ​ເທດພວມ​ດຳ​ເນີນ​ເປັນ​ປົກກະຕິ ​ແລະ ຕາດ​ວ່າ​​ຈະ​ບໍ່​ມີ​ການຫັນ​ປ່ຽນຢ່າງ​ກະທັນຫັນ​ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ານ​ອື່ນໝາກຜົນ​ການ​ສຳ​ຫຼວດຄວາມ​ຕ້ອງການ​ເງິນຕາ​ຕ່າງປະ​ເທດ​ໃນ​ໄຕ​ມາດ​ທີ 3 ປີ 2013 ​ໂດຍ​ທະນາຄານ​ແຫ່ງລັດ​ດຳ​ເນີນ​ສະ​ແດງໃຫ້​ເຫັນ​ວ່າ: ຈະ​ບໍ່ສົ່ງ​ຜົນ​ສະທ້ອນ​ຫຼາຍ​ເຖິງອັດຕາ​ແລກປ່ຽນ​ເງິນຕາ. ທ່ານຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຢືນຢັນ​ວ່າ: ທະນາຄານ​ແຫ່ງ​ລັດຈະ​ບໍ່​ດັດ​ປັບອັດຕາ​ແລກປ່ຽນ​ເງິນຕາ ​ແລະ ຈະ​ນຳ​ໃຊ້​​ມາດ​ຕະການ​ຢ່າງຕ່າງໆ​ຢ່າງ​ຂ້ຽວຂາດ​ເພື່ອ​ຮັກສາອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກກະຕິ.

 

 

 

ຂ່າວ/ບົດ​ອື່ນ