(ພາບປະກອບ)
(vovworld) – ໃນບົດລາຍງານອັບເດັດສະພາບເສດຖະກິດອາຊີຕາເວັນອອກ - ປາຊີຟິກ ທີ່ໄດ້ປະກາດໃນຕອນເຊົ້າວັນທີ 5/10. ທະນາຄານໂລກ (WB) ຍົກລະດັບຄາດຄະເນການເຕີບໂຕເສດຖະກິດຂອງ ຫວຽດນາມ ຂື້ນລະດັບ 6,2% ໃນປີ 2015 ແລະ 6,3% ໃນປີ 2016. ນີ້ແມ່ນລະດັບການເຕີບໂຕສູງກ່ວາເມື່ອທຽບໃສ່ຄາດຄະເນທີ່ໄດ້ຍົກອອກໃນເດືອນ 4 ຜ່ານມາ. ຕາມບົດລາຍງານ, ປີນີ້, ອາຊີຕາເວັນອອກຍັງສືບຕໍ່ເປັນພາກພື້ນສ້າງກຳລັງໜູນແກ່ການເຕີບໂຕໃຫ້ພື້ນຖານເສດຖະກິດໂລກ, ປະກອບເກືອບ 40% ຍອດລະດັບການເຕີບໂຕເສດຖະກິດທົ່ວໂລກ. ຄາດວ່າ ທັງພາກພື້ນຈະເຕີບໂຕ 6,5% ໃນປີນີ້, ຫລຸດລົງເມື່ອທຽບໃສ່ກັບລະດັບ 6,8% ຂອງປີກາຍ. ໃນບົດລາຍງານ, ທະນາຄານໂລກໄດ້ຫລຸດລະດັບຄາດຄະເນການເຕີບໂຕເສດຖະກິດໃນສົກປີ 2015 – 2016 ຂອງບາງປະເທດ ອາຊຽນ ຄື: ອິນໂດເນເຊຍ, ມາເລເຊຍ, ໄທ, ກຳປູເຈຍ…