ທະນາຄານໂລກຫນູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການເຕີບໂຕຂຽວ

ທະນາຄານໂລກຫນູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການເຕີບໂຕຂຽວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ຕ້ອນ​ຮັບຮອງ​ປະ​ທານ WB
ທ່ານ​ນາງ Victoria Kwakwa
ພາບ​:baodansinh

(vovworld)- ວັນ​ທີ 25/6, ຄະ​ນະ​ອຳ​ນວຍ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ໂລກ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ບ້ວງ​ກູ້​ຢືມ 90 ລ້ານ USD ໃຫ້​ແກ່​ລັດ​ຖະ​ບານ ຫວຽດ​ນາມ ແນ​ໃສ່​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ເຕີບ​ໂຕ​ຂຽວ ສອດ​ຄ​ອ່ງ​ກັບ​ແຜນ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ທະ​ນາ​ຄານ​ໂລກ. ບ້ວງ​ເງິນ​ດັ່ງ​ກ່າວ​ຈະ​ນຳ​ໃຊ້​ໃຫ້​ແກ່​ວຽກ​ງານ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ເພີ່ມ​ທະ​ວີ​ການ​ວາງ​ແຜນ​ກຳ​ນົດ ແລະ ກາ​ນ​ຄຸ້ມ​ຄອງ​ສັງ​ລວມ​ຢູ່​ເຂດ​ແຄມ​ທະ​ເລ, ບັນ​ດາ​ບ້​ວງ​ເງິນ​ລົງ​ທຶນ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລ ະ​ການ​ເຕີບ​ໂຕ​ຂຽວ, ຮັກ​ສາ​ຊັບ​ພະ​ຍາ​ກອນ​ນ້ຳ ແລະ ເພີ່ມ​ທະ​ວີ​ການ​ປະ​ຢັດ​ໃນ​ການ​ນຳ​ໃຊ້​ນ້ຳ, ປູກ​ປ່າ​ຢູ່​ເຂດ​ແຄມ​ທະ​ເລ. ນອກນັ້ນ ກໍ​ໄດ້​ນຳ​ໃຊ້​ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ ແລະ ຜະ​ລິດ​ອຸດ​ສາ​ຫະ​ກຳ, ປະ​ຢັດ​ພະ​ລັງ​ງານ ແລະ ນຳ​ໃຊ້​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃຫມ່ ເພື່ອ​ຫລຸດ​ຜ່ອນ​ອາຍ​ແກ​ສ​ເຮືອນ​ແກ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ