ທະຫານ NATO ຖືກຕຳຫລວດ ອາບການິສະຖານຍິງຕາຍ

(vovworld) - ກຳລັງທະຫານ​ຕ່າງປະ​ເທດ ຢູ່ ອາບ​ກາ​ນິສະຖານ​ໃຫ້​ຮູ້​ວ່າ: ວັນ​ທີ 15/9 ​ໄດ້​ເກີດ​ກໍ​ລະ​ນີ ທະຫານ​ປະສົມ 2 ຄົນ ຖືກ​ກຳລັງ​ຕຳຫລວດ ອາບ​ກາ​ນິສະຖານຍິງ​ຕາຍ​. ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້ ອາບ​ກາ​ນິສະຖານ ​ໄດ້​ຍົກ​ຈຳນວນ​ທະ​ຫານ​  NATO ຖືກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ ອາບ​ກາ​ນິສະຖານ ​ເຂັ່ນ​ຂ້າ​​ໃນ​ປີ 2012 ຢ່າງ​ຫນ້ອຍ​ສຸດ 47 ຄົນ​ ​ແລະ ສ່ວນ​ຫລາຍ​ແມ່ນ​ທະຫານ​ອາ​ເມ​ລິ​ກາ. ກະຊວງ​ປ້ອງ​ກັນ​ປະ​ເທດ ອັງກິດ ຮັບ​ຮູ້​ວ່າ ທະຫານ NATO ສອງ​ຄົນ​ຖືກ​​ເສຍຊີວິດ​ນັ້ນ​ແມ່ນ​ຂຶ້ນ​ກັບ​ກອງ​ພັນ ​ເທີ 3 ຂອງ​ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ