ທະຫານປະສົມ ອາຣັບ ດຳເນີນການບຸກໂຈມຕີຄັ້ງໃຫຍ່ທີ່ສຸດຢູ່ ເຢແມນ

(VOVWORLD) - ວັນທີ 13 ມິຖຸນາ, ທະຫານປະສົມ ອາຣັບ ໂດຍ ອາຣັບບິ ຊະອຸດິ ນຳໜ້າ ໄດ້ດຳເນີນການບຸກໂຈມຕີຄັ້ງໃຫຍ່ທີ່ສຸດ ແນໃສ່ໜູນຊ່ວຍ ເຢແມນ ຍາດຄືນນະຄອນທ່າກ່ຳປັ່ນສຳຄັນ Hodeidah ໂດຍພວກກະບົດ Houthi  ຢຶດຄອງ,
ທະຫານປະສົມ ອາຣັບ ດຳເນີນການບຸກໂຈມຕີຄັ້ງໃຫຍ່ທີ່ສຸດຢູ່ ເຢແມນ - ảnh 1 ທະຫານປະສົມ ອາຣັບ ດຳເນີນການບຸກໂຈມຕີຄັ້ງໃຫຍ່ທີ່ສຸດຢູ່ ເຢແມນ (ພາບ: AFP/TTXVN )

 ໂດຍບໍ່ຫົວຊາຕໍ່ຄຳກ່າວເຕືອນຂອງສະຫະປະຊາຊາດກ່ຽວກັບວິກິດການມະນຸດສະທຳໃຫຍ່ທີ່ສຸດໃນໂລກ. ບັນດາເຮືອບິນສູ້ຮົບ ແລະ ກ່ຳປັ່ນສູ້ຮົບຂອງທະຫານປະສົມໄດ້ບຸກໂຈມຕີໃສ່ບັນດາ ທີ່ຕັ້ງຂອງພວກກະບົດ Houthi ເພື່ອໜູນຊ່ວຍບັນດາກຳລັງທາງບົກໄປເຕົ້າໂຮມຢູ່ທາງທິດໃຕ້ທ່າກ່ຳປັ່ນ Hodeidah ໃນບັ້ນຮົບທີ່ມີຊື່ວ່າ “ໄຊຊະນະຄຳ”. ການປະທະກັນຢ່າງດຸເດືອດໄດ້ເກີດຂຶ້ນຢູ່ໃກ້ກັບທ່າກ່ຳປັ່ນ Hodeidah ແລະ ເຂດຊົນນະບົດ al-Durayhmi ຫ່າງຈາກນະຄອນ Hodeidah ໄປທາງທິດໃຕ້ 10 ກິໂລແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ