ທະຫານປະສົມອາຣັບກ່າວເຕືອນບໍ່ຕໍ່ກຳນົດເວລາຄຳສັ່ງຢຸດຢິງຢູ້ເຢແມນ

ທະຫານປະສົມອາຣັບກ່າວເຕືອນບໍ່ຕໍ່ກຳນົດເວລາຄຳສັ່ງຢຸດຢິງຢູ້ເຢແມນ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​​​ ​​ ​ການ​ປະ​ທະ​ກັນ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ບາງ​ເຂດ​ຂອງ​ເຢ​ແມນ ໂດຍບໍ່​ຫົວ​ຊ​າ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ ທີ່​ແກ່​ຍ​າວ​ເປັນ​ເວ​ລາ 48 ຊົ່ວ​ໂມງ​ເຊິ່ງ​ພວມມີ​ຜົນ​ສັກ​ສິດ, ໃນ​​ຂະ​ນະ​ທີ່​ທະ​ຫານ​ປະ​ສົມ​ອາ​ຣັກ ໂດຍ​ຊະ​ອຸ​ດີ​ອາ​ຣາ​ເບຍ ນຳ​ໜ້າ​ກ່າວ​ເຕືອນ​ວ່າ, ຂໍ້​ຕົກ​ລົງ​ຢ​ຸດ​ຍິງ​ໂດຍ​ອາ​ເມ​ລິ​ກາ ເປັນ​ຄົນ​ກາງ​ໄກ​ເກ່ຍ​ຍາ​ກ​ທີ່​ຈະ​ຕໍ່​ກຳ​ນົດ​ເວ​ລາ​ໄດ້ ຮອດ​ເວ​ລາ​​ໃດທີ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢຸດ​ຕິ​ລົງ. ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່​ຍາວ​ເປັນ​ເວ​ລາ 48 ຊົ່ວ​ໂມງ​ຢູ່​ເຢ​ແມນ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ສະ​ເໜີ ເລີ່ມ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 19/11 (ຕາມ​ເວ​ລາ​ທ້ອ​ງ​ຖິ່ນ).

        ໂຄ​ສົກ​ຂອງ​ທະ​ຫານ​ປະ​ສົ​ມ​ອາ​ຣັບ, ພົນ​ຈັດ​ຕະ​ວາ Ahmed Assiri ໄດ້​ອອ​ກ​ສຽງ ກ່າວ​ປະ​ນາມ​ກຳ​ລັງ Houthi ໄດ້​ລະ​ເມີດ​ຂໍ້​ຕົກ​ລົງ 180 ຄັ້ງ ໃນ​ຮອບ​ເວ​ລາ 10 ຊົ່ວ​ໂມ​ງ​ທຳ​ອິດ ນັບ​ແຕ່​ຄຳ​ສັ່ງ​ຢຸດ​ຍິງ​ເລີ່ມ​ມີ​ຜົນ​ສັກ​ສິດ.

ຂ່າວ/ບົດ​ອື່ນ