ພົນທະຫານອິນເດຍ ໄປລາດຕະເວນ
ພາບປະກອບ:TTXVN
|
(vovworld)- ວັນທີ 3/8, ທະຫານອິນເດຍ ແລະ ປາກິສະຖານ ໄດ້ລະເມີດຄຳສັ່ງຢຸດຍິງ ເມື່ອເກີດການຍິງປືນໃສ່ກັນຢູ່ລຽບຕາມເຂດຂັ້ນຄວບຄຸມ ຂຶ້ນກັບເຂດຂັດແຍ້ງ Kashmir. ສື່ສານ ອິນເດຍ ໃຫ້ຂ່າວວ່າ ທະຫານ ປາກິສະຖານໄດ້ຍິງປືນໃສ່ບັນດາປ້ອມກວດກາຂອງທະຫານອິນເດຍຢູ່ ບັນດາເຂດ Kashmir, Balakote, Sabzian Mandi ແລະ Pallanwala ລຽບຕາມເຂດຂັ້ນຄວບຄຸມໃນຕະຫລອດຄືນຂອງວັນທີ 2/8. ພົນທະຫານ ອິນເດຍ ພວມຕັ້ງທັບຢູ່ບັນດາເຂດດັ່ງກ່າວໄດ້ຍິງຕອບໂຕ້ ເຮັດໃຫ້ ການຍິງປືນຜ່ານຊາຍແດນແກ່ຍາວເຖິງຮຸ່ງເຊົ້າຂອງວັນທີ 3/8 ຈຶ່ງຢຸດຕິ.