ທະຫານເຮືອລັດເຊຍ ແລະ ຈີນ ຊ້ອມຮົບຍິງລູກປືນແທ້

ທະຫານເຮືອລັດເຊຍ ແລະ ຈີນ ຊ້ອມຮົບຍິງລູກປືນແທ້ - ảnh 1

ກຳ​ປັ່ນ​ສູ້​ຮົບ​ລັດເຊຍ ​ແລະ ຈີນ ຍິງ​ລູກ​ສອນ​ໄຟ

(ພາບ:pda.vietbao.vn)

( vovworld ) –  ​ວັນທີ 26/4, ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວຊ້ອມ​ຮົບ​ຮ່ວມ​ໃນ​​ເຂດທະ​ເລ​ເຫຼືອງ, ບັນດາ​ກຳ​ປັ່ນ​ສູ້​ຮົບ​ຂອງ​ລັດ​ເຊຍ ​ແລະ ຈີນ ​ໄດ້​ຊ້ອມ​ຮົບດ້ວຍການ ​ຍິງ​ລູກປືນ​ແທ້ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ກຳ​ປັ່ນ​ສູ້​ຮົບ 6 ລຳ. ​ໃນ​ວັນ​ດຽວ​ກັນ, ທະຫານ​ເຮືອ​ສອງ​ປະ​ເທດ​ກໍ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ ​ຊື່​ງ​ມີ​ການ​ເຂົ້າຮ່ວມ​ຂອງກຳປັ່ນ​ສູ້​ຮົບ 19 ລຳ ​ແລະ ​ເຮືອ​ບິນ 19 ລຳ​ຂອງ​ສອງ​ຝ່າຍ ດ້ວຍ​ເນື້ອ​ໃນ​ການ​ຝຶກ​ຊ້ອມ​ແມ່ນ​ການ​ປ້ອງ​ກັນ​​ອາກາດ, ຍຸດ​ໂທ​ບາຍກຳປັ່ນ​ດຳນ້ຳ, ຄົ້ນພົບ, ກູ້​ຊ່ວຍ​ກຳ​ປັ່ນ​ຖືກ​ປຸ້ນ​ສະດົມ ​ແລະ ຊ້ອມ​ຮົບ​ຕ້ານ​ກໍ່​ການ​ຮ້າຍ. ນີ້​ແມ່ນ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງທຳ​ອິດ​ຂອງ​ທະຫານ​ເຮືອ​ສອງ​ປະ​ເທດ.

   ​ໃນ​ວັນ​ທີ 26/4 ດຽວ​ກັນນີ້, ຢູ່​ໂຕ​ກຽວ, ທ່ານ​ນນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Nopda ​ແລະ ອະ​ດີດ​ກຳມະການ​ໃນ​ຄະນະ​ລັດຖະບານ​ຈິນ ຖາງ​ເຈັຍ​ສຽນ  ໄດ້​ເຫັນ​ດີ​ເປັນ​ເອກະສັນ ຈະ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ການ​ນຳ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເປັນ​​ປົກກະຕິ. ກ່ອນ​ໜ້ານນັ້ນ ທ່ານ  ຖາງ​ເຈັຍ​ສຽນ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ Seiji Maehara ປະທານ​ຄະນະ​ກຳມະການ​ຄົ້ນຄ້ວາ​ນະ​ໂຍບາຍ ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ DPJ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ທັດສະນະ​ທີ່​ວ່າ: ຕ້ອງ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ 6 ຝ່າຍ​ຄືນ​ໃໝ່ ​ເພ​ອ່​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ ສປປ​ເກົາຫຼີ ພາຍຫຼັງ​ທີ່​ປະ​ເທດ​ນີ້ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ​ໄລຍະ​ໄກ.

 

ຂ່າວ/ບົດ​ອື່ນ