ທ່ານ Huynh Ngoc Son ຕ້ອນຮັບຜູ້ມີອິດທິພົນຊື່ສຽງປະຊາຊົນເຜົ່າສ່ວນໜ້ອຍແຂວງ ກວາງນິງ

ທ່ານ Huynh Ngoc Son ຕ້ອນຮັບຜູ້ມີອິດທິພົນຊື່ສຽງປະຊາຊົນເຜົ່າສ່ວນໜ້ອຍແຂວງ ກວາງນິງ - ảnh 1
ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ດີ​ເດັ່ນ​ຂອງປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ​ແຂວງ ກວາງ​ນິງ
(ພາບ: na.gov.vn)


(vovworld) -     ວັນ​ທີ 16/10, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Huynh Ngoc Son ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ດີ​ເດັ່ນ​ຂອງປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ​ແຂວງ ກວາງ​ນິງ. ນະທີ​ນີ້, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son ​ໄດ້​ເນັ້ນ​ໜັກ​ວ່າ: ການ​ພັດທະນາ​ເຂດ​​ຊົນເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ​ໃຫ້ໝັ້ນຄົງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ ​ແລະ ລັດ, ຕ້ອງ​ມີການ​ເຂົ້າ​ຮ່ວມຂອງ​ທັງ​ລະບົບ​ການ​ເມືອງ​ຢ່າງ​ຕັ້ງໜ້າ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son ​ໄ​ດ້ສະ​ເໜີ​ໃຫ້​ອົງການ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໃນ​ແຂວງ​ສື່​ບຕໍ່​ປະຕິບັດ​ວຽກ​ງານ​ລົບ​ລ້າງ​ຄວາ​ມອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະ​ນາ​ເສດຖະກິ​ດ, ຍົກ​ສູງ​ຊີ​ວິດ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ້​ປະຊາຊົນບັນດາ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ຢ່າງ​ດີ. ທ່ານ Huynh Ngoc Son ​ສະ​ແດງຄວາມ​ຫວັງ​ວ່າ ບັນດາຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ດີ​ເດັ່ນ​ຂອງປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ​ແຂວງ ກວາງ​ນິງ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ພັກ ກັບ ປະຊາຊົນ; ກຳ​ໄດ້​ແນວ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ​ຢ່າງ​ທັນ​ການ: ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຂົນຂວາຍ​ໂຄສະນາ​ກໍ່ສ້າງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປຸກລະດົມ​ປະຊາຊົນ​ສ້າງ​ຊີວິດ​ທີ່ອີ່​ມໜຳ​ສຳ​ລານ ​ແລະ ຜາ​ສຸກ.

ຂ່າວ/ບົດ​ອື່ນ