ທ່ານ ຟ້າ​ມ​ບິ່ງ​ມິງ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ຫວຽດ­ນາມ ໃຫ້­ການ​ຕ້ອນ­ຮັບ​ຄະ­ນະ​ວິ​ສາ​ຫະ​ກິດ ອາ­ເມ­ລິ­ກາ

(VOVWORLD) -  ຕອນບ່າຍວັນທີ 28 ຕຸ­ລາ, ຢູ່ສຳ­ນັກ­ງານລັດ­ຖະ­ບານ, ທ່ານ ຟ້າມບິ່ງມິງ ຮອງນາ­ຍົກ­ລັດຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີກະ­ຊວງການຕ່າງ­ປະ­ເທດ ຫວຽດ­ນາມ ໄດ້ໃຫ້­ການຕ້ອນ­ຮັບຄະ­ນະວິສາຫະກິດ ອາ­ເມ­ລິ­ກາໂດຍ ທ່ານ Kurt Campbell, ປະ­ທານ Asia Group ເປັນຫົວ­ໜ້າຄະ­ນະ, ໄດ້ມາຢ້ຽມ­ຢາມ ແລະ ເຮັດວຽກຢູ່ ຫວຽດ­ນາມ.
ທ່ານ ຟ້າ​ມ​ບິ່ງ​ມິງ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ຫວຽດ­ນາມ ໃຫ້­ການ​ຕ້ອນ­ຮັບ​ຄະ­ນະ​ວິ​ສາ​ຫະ​ກິດ ອາ­ເມ­ລິ­ກາ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີກະ­ຊວງການຕ່າງ­ປະ­ເທດ ຫວຽດ­ນາມ ໃຫ້­ການຕ້ອນ­ຮັບ ທ່ານ Kurt Campbell, ປະ­ທານ Asia Group (ພາບ: TTXVN)

ທີ່ການຕ້ອນ­ຮັບ, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ຫວຽດ­ນາມ ຖືການພົວ­ພັນຮ່ວມມືກັບ ອາ­ເມ­ລິ­ກາ ເປັນສຳ­ຄັນທີ່ສຸດ. ລັດ­ຖະ­ບານ ຫວຽດ­ນາມ ຍາມໃດກໍ່ເອົາ­ໃຈ­ໃສ່ເຖິງການແກ້ໄຂບັນ­ດາຂໍ້ຕິດຂັດຂອງບັນ­ດານັກລົງ­ທຶນ, ໃນນັ້ນມີບັນ­ດານັກລົງ­ທຶນອາ­ເມ­ລິ­ກາ, ພ້ອມທັງມີຄວາມປາດ­ຖະ­ໜາຢາກໃຫ້ບັນ­ດາວິສາຫະກິດ ອາ­ເມ­ລິ­ກາເພີ່ມທະ­ວີບັນ­ດາການ­ເຄື່ອນ­ໄຫວລົງ­ທຶນຢູ່ ຫວຽດ­ນາມ, ພິ­ເສດແມ່ນໃນຂົງ­ເຂດ Startup. ທ່ານ ຟ້າມບິ່ງມິງໃຫ້ຮູ້ຕື່ມອີກວ່າ: ຫວຽດ­ນາມກາຍ­ເປັນຕະ­ຫຼາດສົ່ງອອກໃຫຍ່ອັນດັບທີ 27 ແລະ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 16 ຂອງ ອາ­ເມ­ລິ­ກາ ແລະ ປາດ­ຖະ­ໜາວ່າ ສອງຝ່າຍຈະສືບ­ຕໍ່ເພີ່ມທະວີການພົວ­ພັນດ້ານການຄ້າສອງຝ່າຍ.

        ສ່ວນທ່ານ Kurt Campbell ຢັ້ງຢືນວ່າ: ບັນ­ດາສະ­ມາ­ຊິກໃນຄະ­ນະວິສາຫະກິດລ້ວນແຕ່ສະ­ໜັບ­ສະ­ໜູນການພົວ­ພັນຮ່ວມມືລະຫວ່າງສອງປະ­ເທດ ຫວຽດ­ນາມ - ອາ­ເມ­ລິ­ກາ ສືບ­ຕໍ່ພັດທະ­ນາ ແລະ ສະ­ແດງຄວາມສົນ­ໃຈເຖິງບັນດາຂົງ­ເຂດລົງ­ທຶນຕ່າງໆຢູ່ ຫວຽດ­ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ