ທ່ານ ເລຂາທິການໃຫຍ່ ຫວຽດນາມ ພົບປະກັບ ທ່ານ ປະທານສະພາແຫ່ງຊາດ ມຽນມາ

(VOVWORLD) - ໃນວັນທີ 24 ສິງຫາ, ທີ່ສຳນັກງານ ສະພາແຫ່ງຊາດ ມຽນມາ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະກັບ ທ່ານ Mahn Win Khaing Thann ປະທານ ສະພາແຫ່ງຊາດ ມຽນມາ. 
ທ່ານ ເລຂາທິການໃຫຍ່ ຫວຽດນາມ ພົບປະກັບ ທ່ານ ປະທານສະພາແຫ່ງຊາດ ມຽນມາ - ảnh 1 ທ່ານ ເລຂາທິການໃຫຍ່ ຫວຽດນາມ ພົບປະກັບ ທ່ານ ປະທານສະພາແຫ່ງຊາດ ມຽນມາ

ນະທີ່ນີ້, ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ແຈ້ງໃຫ້ ທ່ານ ປະທານ ສະພາແຫ່ງຊາດ Mahn Win Khaing Thann ຮັບຊາບກ່ຽວກັບໝາກຜົນການພົບປະເຈລະຈາກັບ ທ່ານ ປະທານາທິບໍດີ Htin Kyaw; ເນັ້ນໜັກວ່າ ເລື່ອງສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມື ຮ່ວມມືຮອບດ້ານ ຢ່າງເປັນທາງການ ແມ່ນຂີດໝາຍສຳຄັນ, ສ້າງກຳລັງໜູນເພື່ອນຳການພົວພັນລະຫວ່າງ ຫວຽດນາມ - ມຽນມາ ຂຶ້ນສູ່ລະດັບສູງໃໝ່, ເໝາະສົມກັບຄວາມປາດຖະໜາ ແລະ ຄວາມມຸ່ງຫວັງຂອງປະຊາຊົນສອງປະເທດ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີ ສະພາແຫ່ງຊາດ ມຽນມາ ເອົາໃຈໃສ່, ສະໜັບສະໜູນກ່ຽວກັບກົນໄກ, ນະໂຍບາຍ ແລະ ກົດໝາຍ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ພວມທຳມາຫາກິນດຳເນີນທຸລະກິດ ຢູ່ ມຽນມາ, ປະກອບສ່ວນໃຫ້ການພັດທະນາ ຂະຫຍັນຂັນເຄື່ອນ ຂອງ ມຽນມາ ແລະ ປະກອບສ່ວນສ້າງຂົວຕໍ່ມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ.

        ທ່ານ ປະທານ ສະພາແຫ່ງຊາດ Mahn Win Khaing Thann ໃຫ້ຮູ້ວ່າ: ການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ສອງປະເທດ ຫວຽດນາມ - ມຽນມາ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ; ປະກອບສ່ວນໃຫ້ແກ່ການພົວພັນສອງປະເທດຢ່າງຕັ້ງໜ້າ. ທ່ານ  ປະທານ ສະພາແຫ່ງຊາດ Mahn Win Khaing Thann ປາດຖະໜາວ່ານັບມື້ນັບມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ລົງທຶນເຂົ້າຕະຫຼາດ ມຽນມາ.

        ການນຳສອງທ່ານກໍ່ແບ່ງປັນທັດສະນະກ່ຽວກັບການສ້າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃຫ້ມີຄວາມສາມັກຄີ, ມີຄວາມເປັນເອກະພາບ ແລະ ໝັ້ນຄົງເຂັ້ມແຂງ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ ຢ່າງຕັ້ງໜ້າ; ສະໜັບສະໜູນເລື່ອງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ