ທ່ານ ເລຮົ່ງແອງ ອວຍພອນປີໃໝ່ບາງກົມກອງໃນກຳລັງປະກອບອາວຸດ


(vovworld) – ​ວັນ​ທີ 4/2, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ ​ແລະ ອວຍພອນ​ປີ​ໃໝ່​ຢູ່​ກົມ​ກອງ​ຈຳນວນ​ໜຶ່ງ​ໃນ​ກຳລັງ​ປະກອບ​ອາວຸດ​ທີ່​ຕັ້ງ​ຢູ່​ແຂວງກວາງ​ນິງ. ​ເມື່ອ​ໂອ້​ລົມ​ກັບ​ພະນັກງານ, ນັກຮົບ​ກອງ​ພົນ​ນ້ອຍ 170 ​ເຂດ 1 ກອງທັບ​ເຮືອ, ທ່ານ ​ເລ​ຮົ່ງ​ແອ​ງ ສະ​ເໜີ​ໃຫ້​ພະນັກງານ, ນັກຮົບ​ໃນ​ກົມ​ກອງ ຍົກ​ສູງ​ຄວາມ​ຮັບ​ຮູ້​ທີ່​ມີ​ຕໍ່​ບັນດາ​ຄາດໝາຍ, ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່ຢ່າງ​ເລິກ​ເຊິ່ງ. ​ໃນ​ວັນ​ດຽວ​ກັນ, ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຢູ່​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ທີ່​ທ່າ​ກຳ່​ປັ່ນ ຮ່ອນ​ກາຍ.

ຂ່າວ/ບົດ​ອື່ນ