ຕອນເຊົ້າວັນທີ 21/1, ການນຳນະຄອນ ໂຣ່ຈີມິນ ໂດຍທ່ານ ເລແທງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ນຳໜ້າ ໄດ້ເຂົ້າໄຫວ້ອາໄລຢູ່ສຸສານນັກຮົບທີ່ເສັຍສະຫຼະຊີວິດເພື່ອຊາດຂອງນະຄອນ, ຖະຫວາຍເຂົ້າຕົ້ມບູຊາ ເຈົ້າຊີວິດ ຮຸ່ງ, ຖະຫວາຍທູບທຽນ, ດອກໄມ້ອາໄລຫາປະທານ ໂຮ່ຈີມິນ, ປະທານ ໂຕນດຶກທັ໋ງ ຢູ່ຫໍພິພິດທະພັນ ໂຮ່ຈີມິນ ສາຂານະຄອນ ແລະຫໍພິດທະພັນ ໂຕນດຶກທັ໋ງ. ເຂົ້າຕົ້ມຍື່ນບູຊາເຈົ້າຊີວິດຮຸ່ງ ແມ່ນຜະລິດຕະພັນທີ່ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນເຮັດເຂົ້າຕົ້ມອວຍພອນປີໃໝ່ ປີ ມະໂຣງ 2012. ທ່ານ ກາວຮື້ວນຽນ, ຮອງຫົວໜ້າຄະນະຈັດຕັ້ງພິທີງານບຸນເຂົ້າຕົ້ມປີ 2012 ເວົ້າວ່າ
“ພິທີງານບຸນເຂົ້າຕົ້ມປີນີ້, ນອກຈາກນະຄອນໂຮ່ຈີມິນແລ້ວ ຍັງມີທ້ອງຖີ່ນອື່ນເຂົ້າຮ່ວມ. ບັນດາເພື່ອນໜຸ່ມສືບທອດມູນເຊື້ອເຮັດເຂົ້າຕົ້ມເພື່ອຖະຫວາຍບູຊາບັນພະບຸລຸດໃນບຸນປີໃໝ່ປະຈຳຊາດ. ຂ້າພະເຈົ້າຄິດວ່າ, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຶກສາໃຫ້ທຸກຄົນຈົດຈຳເອົາບຸນຄຸນຂອງລຸ້ນກ່ອນ ເພື່ອສືບຕໍ່ດຳລົງຊີວິດ ແລະ ອຸທິດສ່ວນ”.