ທ່ານ ໂດມິງຮູ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອິດສະລາແອນ ຍື່ນສານຕາແຕ່ງຕັ້ງເຖິງທ່ານປະທານາທິບໍດີ ອິດສະລາແອນ.

(VOVWORLD) - ການຮ່ວມມືລະຫວ່າງສອງປະເທດ, ໂດຍສະເພາະແມ່ນ ໃນຂົງເຂດເສດຖະກິດ, ສຶກສາ ແລະ ວິທະຍາສາດ - ເຕັກໂນໂລຢີ ຈະ ນັບມື້ນັບເປີດກ້ວາງ ແລະ ເຂົ້າສູ່ລວງເລິກ.
ທ່ານ ໂດມິງຮູ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອິດສະລາແອນ ຍື່ນສານຕາແຕ່ງຕັ້ງເຖິງທ່ານປະທານາທິບໍດີ ອິດສະລາແອນ. - ảnh 1ທ່ານ ໂດມິງຮູ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິດສະລາແອນ ແລະ ທ່ານ Reuven Rivlin ປະທານາທິບໍດີ ອິດສະລາແອນ (ພາບ ຈາກ: TTXVN)

ວັນທີ 14 ກຸມພາ ປີ 2019, ຢູ່ສະນັກງານປະທານາທິບໍດີ ຢູ່ Jerusalem, ທ່ານ ໂດມິງຮູ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິດສະລາແອນ ໄດ້ປະຕິບັດພິທີຍືນສານຕາແຕ່ງຕັ້ງເຖິງທ່ານ Reuven Rivlin ປະທານາທິບໍດີ ອິດສະລາແອນ. ຢູ່ທີ່ການຕ້ອນຮັບ ພາຍຫຼັງການຍື່ນສານຕາແຕ່ງຕັ້ງ, ທ່ານ Reuven Rivlin ປະທານາທິບໍດີ ອິດສະລາແອນ ໄດ້ ສະແດງຄວາມຊົມເຊີຍຕໍ່ທ່ານ ໂດມິງຮູ່ງ ເອກອັກຄະລັດຖະທູດເນື່ອງໃນໂອກາດໄດ້ຮັບດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງຊາດ ຫວຽດນາມ ປະຈຳ ອິດສະລາແອນ, ແລະຢັ້ງຢຶນວ່າລັດ ອິດສະລາແອນ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານ ໂດມິງຮູ່ງ ປະຕິບັດໜ້າທີ່ໃນອານຍຸການຂອງຕົນໃຫ້ສຳເລັດ. ທ່ານ Reuven Rivlin ປະທານາທິບໍດີ ອິດສະລາແອນ ໄດ້ສະແດງຄວາມພາກພູມໃຈ ຕໍ່ບັນດາບາດກ້າວພັດທະນາຢ່າງແທດຈິງ, ມີ ປະສິດທິຜົນ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິດສະລາແອນ ແລະ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງປະເທດ, ໂດຍສະເພາະແມ່ນ ໃນຂົງເຂດເສດຖະກິດ, ສຶກສາ ແລະ ວິທະຍາສາດ - ເຕັກໂນໂລຢີ ຈະ ນັບມື້ນັບເປີດກ້ວາງ ແລະ ເຂົ້າສູ່ລວງເລິກ.

ສ່ວນ ທ່ານ ໂດມິງຮູ່ງ ເອກອັກຄະລັດຖະທູດ ຫວຽດນາມ ມີຄວາມຮູ້ສຶກເປັນກຽດຢ່າງຍິ່ງເມື່ອໄດ້ຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອນ, ແລະ ຢັ້ງຢຶນວ່າຈະປະຕິບັດໜ້າທີ່ຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ