ທ່ານRodrigoDuterteຍາດໄດ້ໄຊຊະນະທີ່ການນັບບັດໃນເບື້ອງຕົ້ນ

ທ່ານRodrigoDuterteຍາດໄດ້ໄຊຊະນະທີ່ການນັບບັດໃນເບື້ອງຕົ້ນ - ảnh 1
ທ່ານ Rodrigo Duterte
(ພາບ: EPA/TTXVN)

(vovworld) – ຕາມ​ໝາກຜົນ​ຂອງ​ການ​ນັບ​ບັດ​​ເລືອກ​ຕັ້ງໃນ​ເບື້ອງ​ຕົ້ນ, ​ເຈົ້າ​ຄອງ​ນະຄອນ Davao Rodrigo Duterte ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່ ຟີ​ລິບ​ປິນ. ​ໃນ​ຈຳນວນ​ບັດ​ເລືອກ​ຕັ້ງ 37 ລ້ານ​ບັດ​ໄດ້​ນັບ​ໃນ​ຕອນ​ເຊົ້າ​ວັນ​ທີ 10/5, ທ່ານ Duterte ຍາດ​ໄດ້ຈຳນວນ 14,4 ລ້ານ​ບັດ, ຈາກ​ນັ້ນ​ແມ່ນ​ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ Manuel Mar Roxas, ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ 8,6 ລ້ານ​ບັດ. ທ່ານ​ສະມາຊິກ​ສະພາ​ສູງ Grace Poe, ​ຍາດ​ໄດ້​ຈຳນວນ​ບັດ​ສະໜັບ​ສະ​ໜູນ 8,1 ລ້ານ​ບັດ. ຄາດ​ວ່າ, ຍັງ​ມີ​ພຽງປະມານ 4 ລ້ານ​ບັດ​​ແມ່ນຍັງ​ບໍ່​ທັນ​ໄດ້​ຮັບ​ການ​ນັບ​ເທື່ອ.


ຂ່າວ/ບົດ​ອື່ນ