ທ່ານ​ນາງ Aung San Suu Kyi ຈະ​ຂຶ້ນ​ສານ​ໃນ​ອາ​ທິດ​ໜ້າ

(VOVWORLD) -ທ່ານນາງ Aung San Suu Kyi  ເຄີຍຖືກກອງທັບ ມຽນມາ ຄວບຄຸມຕົວ ໃນໄລຍະ 15 ປີກ່ອນທີ່ຈະໄດ້ ຮັບອິດສະຫຼະພາບເມື່ອປີ 2010 ແລະ ຫຼັງຈາກນັ້ນໄດ້ກາຍເປັນທີ່ປຶກສາແຫ່ງລັດ ມຽນມາ.
ທ່ານ​ນາງ Aung San Suu Kyi ຈະ​ຂຶ້ນ​ສານ​ໃນ​ອາ​ທິດ​ໜ້າ - ảnh 1ທ່ານນາງ Aung San Suu Kyi  (ພາບ: TTXVN)

ຕາມທະນາຍຄວາມຂອງການນຳພົນລະເຮືອນ ມຽນມາແລ້ວ, ທ່ານນາງ Aung San Suu Kyi ຈະຂຶ້ນສານໃນວັນຈັນ ອາທິດໜ້າຢູ່ນະຄອນຫຼວງ Naypyidaw, ດ້ວຍບັນດາຂໍ້ກ່າວຫາທີ່ກ່ຽວຂ້ອງເຖິງການລະເມີດຂໍ້ກຳນົດຕ້ານໂລກລະບາດໂຄວິດ - 19 ແລະ ກຳມະສິດເຄື່ອງອຸປະກອນວິທະຍຸສື່ສານທີ່ບໍ່ມີໃບໜັງສືອະນຸຍາດ. ຕາມບັນດາທະນາຍຄວາມຂອງການນຳພົນລະເຮືອນມຽນມາ ແລ້ວ, ວາລະພິພາກສາຂອງສານຈະເລີ່ມຕົ້ນແຕ່ວັນທີ 14 ມິຖຸນາ ແລະ ຄາດວ່າ ຈະສິ້ນສຸດລົງໃນວັນທີ 26 ກໍລະກົດ. ນອກຈາກນັ້ນ, ທ່ານນາງ Aung San Suu Kyi  ກໍ່ຈະຂຶ້ນວາລະພິພາກສາຂອງສານອື່ນໆ  ທີ່ຄາດວ່າຈະເລີ່ມແຕ່ວັນທີ 15 ມິຖຸນາ ດ້ວຍບັນດາຂໍ້ກ່າວຫາ ກ່ຽວກັບການກໍ່ການຈະລາຈົນ ພ້ອມກັບທ່ານປະທານາທິບໍດີ Win Myint ແລະ ການນຳຂັ້ນສູງຂອງພັກ NLD.

ຕອບກັບ

ຂ່າວ/ບົດ​ອື່ນ