ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຢູ່ ແຂວງຕຽນຢາງ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຫົວໜ່ວຍຕໍາຫຼວດແຂວງຕຽນຢາງ ແລະ ໂຮງໝໍຫຼາຍຂະແໜງສູນກາງ ແຂວງ ຕຽນຢາງ ຂອງຫວຽດນາມ.

        ຕອນບ່າຍວັນທີ 4 ກຸມພາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຫົວໜ່ວຍຕໍາຫຼວດແຂວງຕຽນຢາງ ແລະ ໂຮງໝໍຫຼາຍຂະແໜງສູນກາງ ແຂວງ ຕຽນຢາງ ຂອງຫວຽດນາມ.

 ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຢູ່ ແຂວງຕຽນຢາງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ໃຫ້ແກ່ຕໍາຫຼວດແຂວງຕຽນຢາງ (ພາບ: thtg.vn)

        ທີ່ສໍານັກງານຕໍາຫຼວດແຂວງ ຕຽນຢາງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ ຕໍາຫຼວດແຂວງ ຕຽນຢາງ ສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດອັນອົງອາດກ້າຫານ ແລະ ບັນດາບົດຮຽນ ເພື່ອປະຕິບັດສໍາເລັດໜ້າທີ່ໃນໄລຍະຜ່ານມາ, ສືບຕໍ່ສ້າງຜົນງານໃຫ້ຫຼາຍກວ່າອີກໃນພາລະກິດຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພໃນສັງຄົມ ເພື່ອຄວາມສະຫງົບປອດໄພຂອງປະເທດຊາດໃນສະພາບການໃໝ່.

 ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຢູ່ ແຂວງຕຽນຢາງ - ảnh 2ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ຢ້ຽມຢາມ ແລະ ມອບຂອງຂວັນ ຈໍານວນ 20 ພູດ ໃຫ້ແກ່ບັນດາຄົນເຈັບ ທີ່ພວມປິ່ນປົວຢູ່ໂຮງໝໍ ຫຼາຍຂະແໜງສູນກາງແຂວງຕຽນຢາງ (ພາບ:  thtg.vn)

        ຢູ່ໂຮງໝໍຫຼາຍຂະແໜງສູນກາງແຂວງຕຽນຢາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ອວຍພອນໃຫ້ໝູ່ຄະນະໂຮງໝໍຫຼາຍຂະແໜງສູນກາງແຂວງຕຽນຢາງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ ກໍຄື ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນໃນແຂວງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ຢ້ຽມຢາມ ແລະ ມອບຂອງຂວັນ ຈໍານວນ 20 ພູດ ໃຫ້ແກ່ບັນດາຄົນເຈັບ ທີ່ພວມປິ່ນປົວຢູ່ໂຮງໝໍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ