ທ່ານນາງ ເຈິ່ນໂຕ໊ງາ: ຂ້າພະເຈົ້າຈະສືບຕໍ່ການຕໍ່ສູ້ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ

(VOVWORLD) -ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການສະໜັບສະໜູນເຫດຮ້ອງຟ້ອງປະຫວັດສາດຂອງທ່ານນາງ ເຈິ່ນໂຕ໊ງາ
ທ່ານນາງ ເຈິ່ນໂຕ໊ງາ: ຂ້າພະເຈົ້າຈະສືບຕໍ່ການຕໍ່ສູ້ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ - ảnh 1ທ່ານນາງ ເຈິ່ນໂຕ໊ງາ
(ພາບ: Collectif Vietnam-Dioxine)

ທ່ານນາງ ເຈິ່ນໂຕ໊ງາ ຢືນຢັນວ່າ “ຈະສືບຕໍ່ການຕໍ່ສູ້ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ”, ພາຍຫຼັງທີ່ໄດ້ຮັບຂ່າວໃນຕອນເຊົ້າວັນທີ 10 ພຶດສະພາ ຈາກຫ້ອງການທະນາຍຄວາມ Bourdon ວ່າ, ສານອາຍານະຄອນ Evry (ຊານນະຄອນ ປາຣີ) ໄດ້ອອກຄຳຕັດສິນວ່າບໍ່ມີສິດຢ່າງພຽງພໍເພື່ອແກ້ໄຂເຫດຮ້ອງຟ້ອງຂອງທ່ານນາງ. ທ່ານນາງ ເຈິ່ນໂຕ໊ງາ ແບ່ງປັນວ່າ: “ຂ້າພະເຈົ້າບໍ່ແປກໃຈ ຫຼື ຕົກໃຈຍ້ອນໄດ້ກຽມຈິດກຽມໃຈແລ້ວ. ຂ້າພະເຈົ້າຈະສືບຕໍ່ຄັດຄ້ານຄຳຕັດສິນຄະດີ ແລະ ສືບຕໍ່ເດີນຕາມເສັ້ນທາງໃໝ່ເຖິງວ່າຈະຫຍຸ້ງຍາກ, ລຳບາກແນວໃດກໍ່ຕາມ”.

        ແລະກໍ່ໃນວັນດຽວກັນ, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການສະໜັບສະໜູນເຫດຮ້ອງຟ້ອງປະຫວັດສາດຂອງທ່ານນາງ ເຈິ່ນໂຕ໊ງາ, ກໍຄືບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ສຳລັບ 14 ກຸ່ມບໍລິສັດທາດເຄມີນາໆຊາດ. ໃນຖະແຫຼງການຂອງພັກ DKP ຊີ້ແຈ້ງວ່າ: DKP ເຫັນວ່າ ຄຳຕັດສິນໃນວັນທີ 10 ພຶດສະພາ ຂອງສານຢູ່ ປາຣີ ອີກຄັ້ງໜຶ່ງໄດ້ປະລະປະຊາຊົນຫວຽດນາມ ນັບລ້ານຄົນ ເຊິ່ງມາຮອດປະຈຸບັນພວມຖືກຮັບຜົນສະທ້ອນຢ່າງໜັກໜ່ວງຈາກສົງຄາມເຄມີໂດຍກອງທັບ ອາເມລິກາ ປະຕິບັດໃນສົງຄາມຢູ່ຫວຽດນາມ.

        ກ່ອນໜ້ານັ້ນ, ຫ້ອງການທະນາຍຄວາມ Bourdon ກໍ່ຢືນຢັນວ່າ ຈະ “ຮຽງບ່າຮຽງໄຫຼ່” ກັບທ່ານນາງ ເຈິ່ນໂຕ໊ງາ ແລະ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ