ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

(VOVWORLD) - ຕອນຄ່ຳວັນທີ 07 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການໃນລະຫວ່າງວັນທີ 04 – 07 ທັນວາ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee Sang.

        ທ່ານ ຫງວຽນວັນເຢົາ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ: ການຢ້ຽມຢາມນອນໃນໂຄງການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ແລະ ໄດ້ສ້າງຂີດໝາຍສຳຄັນໃນການພົວພັນ 2 ຝ່າຍ.ທ່ານ ຫງວຽນວັນເຢົາ ຖືວ່າ:

ເມື່ອເບິ່ງຄືນການຕີລາຄາຂອງບັນດາການນຳ ສ.ເກົາຫຼີ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຫັນໄດ້ຈຸດພົ້ນເດັ່ນແມ່ນການພົວພັນເສດຖະກິດ, ບັນລຸໄດ້ລະດັບດີພໍສົມຄວນ ເຊິ່ງ 2 ຝ່າຍລ້ວນແຕ່ມີຄວາມເພິ່ງພໍໃຈ. ບັນດານັກລົງທຶນ ສ.ເກົາຫຼີ ເລືອກເອົາ ຫວຽດນາມ ແມ່ນຈຸດນັດພົບ, ໄດ້ກາຍເປັນປະເທດທີ່ມີວິສາຫະກິດເຂົ້າມາລົງທຶນຢູ່ ຫວຽດນາມ ຫລາຍທີ່ສຸດ ດ້ວຍຈຳນວນທຶນຈົດທະບຽນຂຶ້ນເຖິງ 62 ຕື້ USD. ລັດຖະບານ ສ.ເກົາຫຼີ ກໍ່ຮັກສານະໂຍບາຍໜູນຊ່ວຍ ຫວຽດນາມ ໂດຍຜ່ານແຫຼ່ງທຶນບຸລິມະສິດ ODA,ໄດ້ກາຍເປັນປະເທດສະໜອງທຶນ ODA ໃຫຍ່ອັນດັບທີ 2 ໃຫ້ແກ່ ຫວຽດນາມ.

        ເນື່ອງໃນໂອກາດຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບໂຄງການດຳເນີນງານມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງລະດັບ 100 ຕື້ USD ໃນປີ 2020 ຕາມທິດດຸ່ນດ່ຽງ.

        ນອກນັ້ນ, ໃນຂອບເຂດການຢ້ຽມຢາມຍັງດຳເນີນບັນດາການເຄື່ອນໄຫວພົວພັນແລກປ່ຽນອື່ນອີກ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ