ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊ​າດ ຫງວຽນ​ທິ​ກິມ​ເງິນ​ ໃຫ້​ການ​ຕ້ອນ​ຮັບ​ທ່ານ ເລ​ຂ​າ​ຄະ​ນະ​ພັກ​ນະ​ຄອນ ຊູ​ເຈົາ, ປະ​ເທດ​ຈີນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ຢ່າງເປັນທາງການ, ວັນທີ 9 ກໍລະກົດ, ຢູ່ນະຄອນ ຊູເຈົາ , ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາໜ໋າຍຊ໊ຽງ ເລຂາຄະນະພັກນະຄອນ.
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊ​າດ ຫງວຽນ​ທິ​ກິມ​ເງິນ​ ໃຫ້​ການ​ຕ້ອນ​ຮັບ​ທ່ານ ເລ​ຂ​າ​ຄະ​ນະ​ພັກ​ນະ​ຄອນ ຊູ​ເຈົາ, ປະ​ເທດ​ຈີນ - ảnh 1

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາໜ໋າຍຊ໊ຽງ ເລຂາຄະນະພັກນະຄອນ ຊູເຈົາ (ພາບ: TTXVN)

       ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງ ແລະ ຖືເປັນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນກັບຈີນ. ການພົວພັນລະຫວ່າງສູນກາງ, ບັນດາກະຊວງ ແລະ ບັນດາທ້ອງຖິ່ນສອງປະເທດໄດ້ຮັບການພັດທະນາຢ່າງແຮງ. ຈີນ ແມ່ນຄູ່ຮ່ວມມືດ້ານເສດຖະກິດການຄ້າແຖວໜ້າຂອງ ຫວຽດນາມ. ໃນ 5 ເດືອນທີ່ຜ່ານມາ, ຈີນ ແມ່ນປະເທດລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ.

        ທ່ານ ເຈົາໜ໋າຍຊ໊ຽງ ເລຂາຄະນະພັກນະຄອນ ຊູເຈົາ ຢັ້ງຢືນວ່າ: ນະຄອນ ຊູເຈົາ ໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດການຊີ້ນຳຂອງການນຳຂັ້ນສູງສອງປະເທດກ່ຽວກັບແຜນນະໂຍບາຍເພີ່ມທະວີການຮ່ວມມືລະຫວ່າງບັນດານະຄອນໃຫຍ່ຂອງ ຫວຽດນາມ ແລະ ຈີນ. ທ່ານ ເຈົາໜ໋າຍຊ໊ຽງ ຢັ້ງຢືນຕື່ມອີກວ່າ: ຈີນ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມເປັນສຳຄັນທີ່ສຸດ. ພ້ອມທັງຕີລາຄາສູງພື້ນຖານເສດຖະກິດ ຫວຽດນາມ ທີ່ມີການພັດທະນາຢ່າງວ່ອງໄວໃນໄລຍະຜ່ານມາ, ທ່ານ ເຈົາໜ໋າຍຊ໊ຽງ ໃຫ້ຮູ້ວ່າ ບັນດາວິສາຫະກິດ ຊູເຈົາ ມີຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ. ທ່ານ ເຈົາໜ໋າຍຊ໊ຽງ ເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ຈະຊຸກຍູ້ການພົວພັນຂອງສອງປະເທດ ຫວຽດນາມ - ຈີນເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ