ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຮອດ ເຊີອູນ, ສ.ເກົາຫຼີ

(VOVWORLD) -ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ສະຖານທູດ  ຈະສືບຕໍ່ປະຕິບັດໜ້າທີ່ປົກປ້ອງພົນລະເມືອງຫວຽດນາມ ປະຈໍາ ສ.ເກົາຫຼີ ຢ່າງມີປະສິດທິຜົນ. 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຮອດ ເຊີອູນ, ສ.ເກົາຫຼີ - ảnh 1 ຕ່າງໜ້າປະຊາຄົມຊາວຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ ມອບດອກໄມ້ໃຫ້ ທ່ານນາງ ຫງວຽນທິກິມເງິນ (ພາບ: TTXVN)

ຕອນບ່າຍວັນທີ 05 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຮອດສະໜາມບິນ Seong –nam, ນະຄອນ ເຊີອູນ, ໂດຍສືບຕໍ່ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. ພາຍຫຼັງໄປຮອດເຊີອູນ, ທ່ານນາງ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນ ສະຖານທູດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

        ນະທີ່ນີ້, ທ່ານນາງ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ. ພິເສດແມ່ນກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ຫາກໍສິ້ນສຸດລົງ ບັນລຸໄດ້ເນື້ອໃນສໍາຄັນຫຼາຍຢ່າງ. ຮັບຮູ້ບັນດາຄວາມມານະພະຍາຍາມຂອງບັນດາພະນັກງານ, ພາລະກອນສະຖານທູດຫວຽດນາມ ທີ່ອາໄສຢູ່ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ສະຖານທູດ  ຈະສືບຕໍ່ປະຕິບັດໜ້າທີ່ປົກປ້ອງພົນລະເມືອງຫວຽດນາມ ປະຈໍາ ສ.ເກົາຫຼີ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ທ່ານນາງກໍຮັບຮູ້ບັນດາຄໍາເຫັນປະກອບ, ຂໍ້ສະເໜີຂອງປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ ທີ່ກ່ຽວຂ້ອງເຖິງບັນດາບັນຫາໜູນຊ່ວຍວິສາຫະກິດ, 2 ສັນຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ