ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິ​ມ​ເງິນ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ ເທື່ອ​ທຽນ​ເຫ້ວ

(VOVWORLD) -ຕອນບ່າຍວັນທີ 17 ສິງຫາ, ຢູ່ແຂວງເທື່ອທຽນເຫ້ວ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຮັດວຽກກັບການນຳ ແຂວງເທື່ອທຽນເຫ້ວ.
ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິ​ມ​ເງິນ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ ເທື່ອ​ທຽນ​ເຫ້ວ - ảnh 1  ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນກ່າວຄຳເຫັນທີການເຮັດວຽກ (ພາບ: quochoi.vn)

        ຕາມທ່ານ ຟານງອກເທາະ ປະທານຄະນະກຳມະການແຂວງເທື່ອທຽນເຫ້ວແລ້ວ, ລະດັບການເຕີບໂຕເສດຖະກິດ (GRDP) ໃນໄລຍະ 6 ເດືອນຕົ້ນປີ 2019 ຂອງແຂວງບັນລຸໄດ້ 6,87%. ໃນນັ້ນ, ການທ່ອງທ່ຽວ, ການບໍລິການເພີ່ມຂຶ້ນ 6,37%. ຍອດຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ເທື່ອທຽນເຫ້ວ ບັນລຸໄດ້ 2,49 ລ້ານເທື່ອຄົນ, ເພີ່ມຂຶ້ນ 4,6%. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ:

        ນະຄອນເຫ້ວ ໄດ້ຮັບນາມມະຍົດເປັນນະຄອນວັດທະນະທຳແບບຍືນຍົງຂອງ ອາຊຽນ. ປີ 2016, ເຫ້ວແມ່ນທ້ອງຖິ່ນທຳອິດຂອງ ຫວຽດນາມ ໄດ້ຮັບນາມມະຍົດນະຄອນຂຽວແຫ່ງຊາດໂດຍກອງທຶນອະນຸລັກຮັກສາທຳມະຊາດໂລກເປັນຜູ້ຄັດເລືອກ. ໃນປີ 2007, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ຮັບຮອງເອົາແຜນຮ່າງກໍ່ສ້າງນະຄອນເຫ້ວ ແມ່ນນະຄອນ Festival. ນີ້ແມ່ນບັນດາການຮັບຮູ້ທີ່ເປັນໜ້າເຄົາລົບຂອງບັນດາອົງການຈັດຕັ້ງສາກົນ, ຂອງລັດຖະບານຕໍ່ຄວາມມານະພະຍາຍາມຂອງອຳນາດການປົກຄອງ, ປະຊາຊົນນະຄອນ. ອັນທີສອງແມ່ນ ເທື່ອທຽນເຫ້ວ ໄດ້ເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດຕາມທິດຂຽວ, ມີຄວາມຍືນຍົງເຊິ່ງ ບັນລຸໄດ້ ໝາກຜົນທີ່ດີພໍສົມຄວນ.

        ໂດຍເຫັນດີກັບບັນດາໜ້າທີ່ຈຸດສຸມຂອງແຂວງໃນໄລຍະຈະມາເຖິງ. ທ່ານນາງປະທານສະພາແຫ່ງຊາດມີຄວາມປາດຖະໜາວ່າ: ແຂວງເທື່ອທຽນເຫ້ວ ມີບັນດາບາດກ້າວບຸກທະລຸຍຸດທະສາດເສດຖະກິດຕິດພັນກັບການສ້າງໂຄງປະກອບຄືນໃໝ່, ແຕ່ຕ້ອງໃກ້ຊິດຕິດແທດກັບຈິດໃຈພັດທະນາຂຽວ ແລະ ຍືນຍົງ. ເປັນຕົ້ນແມ່ນ, ຕ້ອງອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ