ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄປຢ້ຽ​ມຊົ​ມ​ສູ​ນວາງ​ສະ​ແດງ ຈຸງກ​ວາງ​ຊວັນ , ປະ​ເທດ​ຈີນ

(VOVWORLD) -  ງານວາງສະແດງໄດ້ວາງສະແດງ 340 ຜົນງານຂອງການປ່ຽນແປງປະດິດຄິດສ້າງທີ່ກ້າວໜ້າ, ໂດດເດັ່ນ ແລະ ມີແງ່ຫວັງທີ່ສຸດ, ມີລັກສະນະບຸກທະລຸສູງສຸດຂອງ ວິສາຫະກິດ 170 ແຫ່ງໃນຂົງເຂດພູມປັນຍາທຽມ.
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄປຢ້ຽ​ມຊົ​ມ​ສູ​ນວາງ​ສະ​ແດງ ຈຸງກ​ວາງ​ຊວັນ , ປະ​ເທດ​ຈີນ - ảnh 1ຫຸ່ນຍົນ ຂາງລີຊູລ໊ານ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ  

        ໂດຍສືບຕໍ່ການຢ້ຽມຢາມ ຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 12 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຊົມສູນວາງສະແດງຈຸງກວາງຊວັນ ແຫ່ງຊາດ ເຊິ່ງເປັນເຂດເຕັກໂນໂລຢີສູງແຫ່ງທຳອິດຂອງຈີນ, ດ້ວຍເປົ້າໝາຍແມ່ນພັດທະນາພື້ນຖານເສດຖະກິດທີ່ມີຄຸນນະພາບສູງ. ດ້ວຍຫົວຂໍ້ວ່າ “ຍຸກສະໄໝໃໝ່, ວິວັດທະນາການໃໝ່, ຈຸງກວາງຊວັນ ພັດໄດ້ເລີ່ມຕົ້ນຂຶ້ນ”. ງານວາງສະແດງໄດ້ວາງສະແດງ 340 ຜົນງານຂອງການປ່ຽນແປງປະດິດຄິດສ້າງທີ່ກ້າວໜ້າ, ໂດດເດັ່ນ ແລະ ມີແງ່ຫວັງທີ່ສຸດ, ມີລັກສະນະບຸກທະລຸສູງສຸດຂອງ ວິສາຫະກິດ 170 ແຫ່ງໃນຂົງເຂດພູມປັນຍາທຽມ.

        ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງໄດ້ໄປຢ້ຽມຊົມບັນດາຮ້ານວາງສະແດງກ່ຽວກັບພະລັງງານທີ່ສະອາດ, ອຸປະກອນການແພດ, ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ…ນະທີ່ນີ້, ຫຸ່ນຍົນ ຂາງລີຊູລ໊ານ ໄດ້ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ທີ່ໄປຢ້ຽມຊົມ ຈຸງກວາງຊວັນ ແລະ ອວຍພອນການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ປະສົບຜົນສຳເລັດດ້ວຍພາສາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ