ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ສ.ເກົາຫຼີ

(VOVWORLD) -ສອງຝ່າຍ ຈະປຶກສາຫາລືນໍາກັນ ກ່ຽວກັບທິດທາງ, ບັນດາມາດຕະການຮ່ວມມືລະອຽດ ເພື່ອນໍາການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ກ້າວເຂົ້າສູ່ລວງເລິກ, ແທດຈິງກວ່າ ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ

ຕອນບ່າຍວັນທີ 04 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ໄດ້ໄປຮອດສະໜາມບິນການທະຫານ Gim Hae, ນະຄອນ Busan, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 4 – 7 ທັນວາ ຕາມຄໍາເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee Sang. ໃນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຄັ້ງນີ້, ສອງຝ່າຍ ຈະປຶກສາຫາລືນໍາກັນ ກ່ຽວກັບທິດທາງ, ບັນດາມາດຕະການຮ່ວມມືລະອຽດ ເພື່ອນໍາການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ກ້າວເຂົ້າສູ່ລວງເລິກ, ແທດຈິງກວ່າ ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ສ.ເກົາຫຼີ - ảnh 1ທ່ານນາງ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ໄປຮອດສະໜາມບິນການທະຫານ Gim Hae, ນະຄອນ Busan 

ເນື່ອງໃນໂອກາດນີ້, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຈະແນະນໍາກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ແລະ ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຂອງຫວຽດນາມ ກັບ ວົງການການເມືອງ ແລະ ບັນດານັກທຸລະກິດ ສ.ເກົາຫຼີ, ສ້າງກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ  ໄດ້ສໍາຜັດ, ແລກປ່ຽນ, ຊອກຮູ້ຄູ່ຮ່ວມມື ແລະ ກາລະໂອກາດດໍາເນີນທຸລະກິດ. ທ່ານນາງ ຫງວຽນທິກິມເງິນ ຈະມີການພົບປະກັບພໍ່ແມ່ຊາວຫວຽດນາມ ເຊິ່ງພວມດໍາລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ, ຖືນີ້ແມ່ນການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຫວຽດນາມ ຢູ່ຕ່າງປະເທດ.

        ໃນຂອບເຂດຂອງການຢ້ຽມຢາມ, ຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນ Busan, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການຕ້ອນຮັບທ່ານ Park Soo Kwan ຫົວໜ້າກົງສູນໃຫຍ່ ກິຕິມະສັກ ຫວຽດນາມ ປະຈໍາເຂດ Busan - Gyeongnam.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ສ.ເກົາຫຼີ - ảnh 2ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານ Park Soo Kwan ຫົວໜ້າກົງສູນໃຫຍ່ ກິຕິມະສັກ ຫວຽດນາມ ປະຈໍາເຂດ Busan - Gyeongnam

ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ ເຂດ Busan  - Gyeongnam ແມ່ນສູນເສດຖະກິດ, ວັດທະນະທໍາ, ສຶກສາ, ແມ່ນນະຄອນໃຫຍ່ອັນດັບທີສອງຂອງ ສ.ເກົາຫຼີ ແລະ ແມ່ນນະຄອນທ່າກໍ່າປັ່ນໃຫຍ່ທີ່ສຸດຂອງ ສ.ເກົາຫຼີ, ປັດຈຸບັນ ມີແຮງງານ ທີ່ເປັນຊາວຫວຽດນາມ ມາເຮັດວຽກ ກໍຄື ມີຫຼາຍຄອບຄົວແມ່ນຊາວ ຫວຽດນາມ ແຕ່ງງານກັບຊາວ ສ.ເກົາຫຼີ, ສະນັ້ນ, ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ພ້ອມກັບບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມືເສດຖະກິດ, ລົງທຶນ, ການຄ້າ, ການທ່ອງທ່ຽວ, ການສຶກສາ ທ່ານ Park Soo Kwan ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ; ຕັ້ງໜ້າໜູນຊ່ວຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກ ແລະ ຮໍ່່າຮຽນ ຢູ່ເຂດ Busan  - Gyeongnam, ໂດຍສະເພາະແມ່ນ ບັນດາຜູ້ຍິງຫວຽດນາມ ທີ່ ເອົາຜົວເປັນຊາວ ສ.ເກົາຫຼີ ແລະ ຄອບຄົວແມ່ນຊາວ ຫວຽດນາມ ແຕ່ງງານກັບ ຊາວ ສ.ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ