ທ່ານ​ນາງ​ປ​ະ​ທານ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມ​ພິ​ທີມອບ​ລ​າງວັນ​ສື່​ມວນ​ຊົນ “ສ​ະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຄົບ​ຮອບ 75 ປີ”

(VOVWORLD) -  “ສື່ມວນຊົນແມ່ນຂົວຕໍ່ລະຫວ່າງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ ເພື່ອຊ່ວຍໃຫ້ວຽກງານທີ່ກ່ຽວຂ້ອງເຖິງສະພາແຫ່ງຊາດນັບມື້ນັບສົມບູນແບບກວ່າ ແລະ ມີຄຸນນະພາບກວ່າເກົ່າ..."
ທ່ານ​ນາງ​ປ​ະ​ທານ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມ​ພິ​ທີມອບ​ລ​າງວັນ​ສື່​ມວນ​ຊົນ “ສ​ະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຄົບ​ຮອບ 75 ປີ” - ảnh 1ມີ 43 ຜົນງານດີເດັ່ນທີ່ສຸດ ໄດ້ຮັບລາງວັນ A, B, C ແລະ ລາງວັນຊົມເຊີຍ 

ຕອນຄ່ຳວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະຫຼຸບ ແລະ ມອບລາງວັນສື່ມວນຊົນ “ສະພາແຫ່ງຊາດຫວຽດນາມ ຄົບຮອບ 75 ປີ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດສະພາແຫ່ງຊາດຫວຽດນາມ (6/1/1946 – 6/1/2021). ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວຽນແຮ້ງຟຸກ, ຫົວໜ້າຄະນະຊີ້ນຳການແຂ່ງຂັນຊີງລາງວັນສື່ມວນຊົນ “ສະພາແຫ່ງຊາດຫວຽດນາມ ຄົບຮອບ 75 ປີ” ຖືວ່າ:

        “ສື່ມວນຊົນແມ່ນຂົວຕໍ່ລະຫວ່າງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ ເພື່ອຊ່ວຍໃຫ້ວຽກງານທີ່ກ່ຽວຂ້ອງເຖິງສະພາແຫ່ງຊາດນັບມື້ນັບສົມບູນແບບກວ່າ ແລະ ມີຄຸນນະພາບກວ່າເກົ່າ. ຂ້າພະເຈົ້າຖືວ່າ, ສະພາແຫ່ງຊາດແມ່ນຂອງປະຊາຊົນ ແຕ່ເພື່ອໃຫ້ສະພາແຫ່ງຊາດໃກ້ຊິດກັບປະຊາຊົນນັ້ນ ບໍ່ມີວິທີໃດດີກວ່າການຜ່ານສື່ມວນຊົນ, ສື່ມວນຊົນນຳຂໍ້ມູນ, ຂ່າວຄາວເຖິງປະຊາຊົນ ແລະ ພ້ອມກັນນັ້ນ ກໍສ່ອງແສງຄວາມມຸ່ງມາດປາດຖະໜາ, ຄວາມຫຍຸ້ງຍາກຂອງປະຊາຊົນມາໃຫ້ສະພາແຫ່ງຊາດ”.

        ພາຍຫຼັງປຸກລະດົມມາເປັນເວລາກວ່າ 4 ປີ, ຄະນະຈັດຕັ້ງໄດ້ຮັບກວ່າ 500 ຜົນງານ ຈາກ 51 ອົງການສື່ມວນຊົນ ເຂົ້າຮ່ວມການເສັງ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ໃນນັ້ນ ມີ 43 ຜົນງານດີເດັ່ນທີ່ສຸດ ໄດ້ຮັບລາງວັນ A, B, C ແລະ ລາງວັນຊົມເຊີຍ. ໃນນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບລາງວັນ A ໜຶ່ງລາງວັນ, ລາງວັນ C ໜຶ່ງລາງວັນ ແລະ ລາງວັນຊົມເຊີຍໜຶ່ງລາງວັນ.


ຕອບກັບ

ຂ່າວ/ບົດ​ອື່ນ