ທ່ານນາງປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມອິນເດຍ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມອິນເດຍ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ
(ພາບ​ປະ​ກອບ: news.zing.vn)

(vovworld) - ​​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ສູງ ສ​.ອິນ​ເດຍ Mohamad Hamid Ansarin ​ແລະ ທ່ານ​ປະທານ​ສະພາ​ຕຳ່ ສ.ອິນ​ເດຍ, Sumitra Mahajan, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ, ​ໂດຍ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ນຳ​ໜ້າ ຈະ​ໄປ​ຢ້ຽມຢາມ ສ.ອິນ​ເດຍຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8-11/12. ການ​ຢ້ຽມຢາມ​ດຳ​ເນີນ​ໄປ​ໃນ​ສະພາບ ຫວຽດນາມ ​ແລະ ອິນ​ເດຍກະກຽມ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (7/1/1972-7/1/2017) ​ແລະ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (6/7/2007-6/7/2017).

ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ ສ.ອິນ​ເດຍ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ຍິງ​ໂລກ​ຄັ້ງ​ທີ 11 ຢູ່ ອາ​ຫຼັບ​ເອມມີ​​ເຫຼດ ຢູ​ໃນ​ເຕບ, ​ແຕ່​ວັນ​ທີ 11-13/12 ຕາມ​ຄຳ​ເຊີນ​ຂອງປະ​ທານ​ IPU Saber Chowdhury ​ແລະ ປະທານສະພາ​ແຫ່ງ​ຊາດສະຫະລັດ ອາ​ຫຼັບ​ເອມມີ​​ເຫຼດ ຢູ​ໃນ​ເຕບ Amal Al Qubaisi.

ຂ່າວ/ບົດ​ອື່ນ