ທ່ານນາງຫງວຽນທິກິມເງິນ ເຂົ້າຮ່ວມພິທີສະເຫຼີີມສະຫຼອງ 110 ປີ ແຫ່ງວັນສ້າງຕັ້ງ ໂຮງຮຽນມັດທະຍົມຕອນປາຍ ເບື໋ອຍ - ຈູວັນອານ

(VOVWORLD) -ຕອນເຊົ້າວັນທີ 03 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 110 ປີ ແຫ່ງວັນສ້າງຕັ້ງ ໂຮງຮຽນມັດທະຍົມຕອນປາຍເບື໋ອຍ  - ຈູວັນອານ.  
ທ່ານນາງຫງວຽນທິກິມເງິນ ເຂົ້າຮ່ວມພິທີສະເຫຼີີມສະຫຼອງ 110 ປີ ແຫ່ງວັນສ້າງຕັ້ງ ໂຮງຮຽນມັດທະຍົມຕອນປາຍ ເບື໋ອຍ  - ຈູວັນອານ - ảnh 1ທ່ານນາງ ຫງວຽນທິກິມເງິນ ກ່າວຄໍາເຫັນ ທີ່ພິທີ

ກ່າວຄໍາເຫັນນະທີ່ນີ້, ທ່ານນາງ ຫງວຽນທິກິມເງິນ ເຊື່ອໝັ້້ນວ່າ ໂຮງຮຽນ, ບັນດາຄູອາຈານ, ພະນັກງານ, ພາລະກອນ, ນັກຮຽນຂອງໂຮງຮຽນແຫ່ງນີ້ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ສືບຕໍ່ສົມເປັນໂຮງຮຽນທີ່ໃສ່ຊື່ຂອງນາຍຄູ ຈູວັນອານ ເຊິ່ງເປັນນາຍຄູທີ່ມີຄວາມເກັ່ງກ້າສາມາດຂອງປະເທດຫວຽດນາມ, ສົມກັບຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ.

        ທ່ານນາງ ຫງວຽນທິກິມເງິນ ຖືວ່າ ໄລຍະຈະມາເຖິງ, ທາງໂຮງຮຽນຈະສຸມໃສ່ພັດທະນາພູມປັນຍາ, ກິລາກາຍະກໍາ, ສ້າງຄຸນນະທາດ, ກໍາລັງຄວາມສາມາດ, ພົບເຫັນ ແລະ ບໍາລຸງພອນສະຫວັນໃຫ້ແກ່ນັກຮຽນ. ພິເສດແມ່ນ ເອົາໃຈໃສ່ເຖິງການສ້າງຖັນແຖວພະນັກງານຄຸ້ມຄອງ, ຄູອາຈານມີຄຸນນະທາດການເມືອງ, ມີຄຸນສົມບັດທີ່ດີ ແລະ ເກັ່ງທາງດ້ານວິຊາການ.  

ຕອບກັບ

ຂ່າວ/ບົດ​ອື່ນ