ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມມອບຫຼຽນໄຊຊັ້ນສູງ

ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມມອບຫຼຽນໄຊຊັ້ນສູງ - ảnh 1
ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ

(vovworld)- ​ວັນ​ທີ 24/11, ຢູ່ສ​ະ​ພາ​ແຫ່ງ​ຊາດ, ​ຄະ​ນະປະ​ຈຳ​ສ​ະ​ພາ​ແຫ່ງ​ຊາດຫວຽດ​ນາມ ​ໄດ້​ຈັດ​ຕັ້ງ​ພິ​ທີ​ມອບຫຼຽນ​ໄຊ​ຊັ້ນ​ສູງ, ແລະ​ງານພົບ​ປະ ​ລະ​ຫວ່າງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 13 ທີ່ເຄື່ອນ​ໄຫວ​​ສະ​ເພາະ ກິດ ຢູ່ຂັ້ນ​ສູນ​ກາງ​ເຊິ່ງ​ບໍ່ໄດ້​ຮັບ​ເລືອກ​ຕັ້ງ​ອີກຄັ້ງໃໝ່  ແລະ ພະ​ນັກ​ງານທີ່​ຂື້ນ​ກັບຄະ​ນະ​​ປະ​ຈຳ​ສະ​ພາ​ແ​ຫ່ງ​ຊາດຄຸ້ມ​ຄອງ ທີ່​​ໄດ້ພັກ​ບຳ​ນານ, ກຽມ​ພັກ​ບຳ​ນານ ຫຼື ​ຍ້າຍ​ໄປ​ເຮັດວຽກ​ອື່ນ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ,  ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ:  ​ໃນ​ຕະຫຼອດ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ບັນ​ດາ​ທ່ານໄດ້​ເສີມ​ຂະ​ຫຍາຍ​​ບົດ​ບາດ, ​ຄວາມ​ຮັບ​ຜິດ​ຊອບ​ຜູ​້ແທນປະ​ຊາ​ຊົນເປັນ​ຢ່າງ​ດີ, ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ ​ຂອງ​ສະ​ພາ​ແຫ່ງ​ຊາດ ​ແລະ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຢ່າງຕັ້ງ​ໜ້າ; ສາ​ມັກ​ຄີ, ເຫັນ​ດີ​ເປັນ​ເອ​ກະ​ພາບ, ປະ​ກອບ​​ພູມ​ປັນ​ຍາ ​ດ້ວຍ​ຈິງ​ໃຈ​ສ້ງ​ສັນ, ສຸດ​ຈິດ​ສຸດ​ໃຈ, ຊ່ວຍ​ສະ​ພາ​ແຫ່ງ​ຊາດ ​ສຳ​ເລັດ​ວຽກ​ງານຈຳ​ນວນຫຼາຍ​ ​ໃນ​ທຸກຂົງ​ເຂດ​​ນິ​ຕິ​ບັນ​ຍັດ, ຕົກ​ລົງບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ ແລະ ຕິດ​ຕາມກວດ​ກາສູງ​ສຸດ, ພິ​ເສດ​ແມ່ນ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ແລະ ປະ​ກາດ​ໃຊ້ຫຼາຍ​ກົດ​ໝາຍ​ສຳ​ຄັນ. ທ່ານ ນາງ ປະ​ທານສະ​ພາ​ແຫງ່​ຊາດ​ ປາດ​ຖະ​ໜາ​ວ່າ: ບັນ​ດາ​ອະ​ດິດ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 13 ​ທີ່ເຄື່ອ​ນ​ໄຫວ​ສະ​ເພາະ​ກິດ​ຢູ່​​ຂັ້ນສູນ​ກາງ ​ເຊິ່ງບໍ່​ໄດ້​ຮັບ​ເລືອກ​ຕັ້ງ​ອີກ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃໝ່  ແລ​ະ ບັນ​ດາ​ພະ​ນັກ​ງານ​ທີ່ປະ​ຕິ​ບັດ​ງານ ຢູ່​​ຄະ​ນະປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ໄດ້​ພັກ​ບຳ​ນານ, ກຽມ​ພັກ​ບຳ​ນານ ສືບ​ຕໍ່​ປະ​ກອບ​​ພູມ​ປັນ​ຍາ, ບັນ​ດາ​ປະ​ສົບ​ການ​ທີ່​ອຸ​ດົມ​ສົມ​ບູນ, ບົດ​ຮຽນ​ອັນ​ລ້ຳ​ຄ່າ ໃຫ້​ແກ່​ສັງ​ຄົມ ແລະ ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ.

 

ຂ່າວ/ບົດ​ອື່ນ