ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ພົບປະກັບ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ

(VOVWORLD) -ໃນລະຫວ່່າງວັນທີ 18 – 22 ກັນຍາ, ເນື່ອງໃນໂອກາດໄປເຂົ້າຮ່ວມເວທີປາໄສ ສະຫະພັນແມ່ຍິງ ອາຊີ -  ເອີຣົບ ຄັ້ງທີ 2, ເຊິ່ງໄດ້ຈັດຂຶ້ນ ໃນຕອນຄໍ່າວັນທີ 18 ກັນຍາ ຢູ່ນະຄອນ Saint Peterburg, ສະຫະພັນລັດເຊຍ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງັອກທິ້ງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບ ພະນັກງານ, ພາລະກອນສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນລັດເຊຍ.
ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ພົບປະກັບ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ພົບປະກັບ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ 

      ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ແຈ້ງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນລັດເຊຍ ຮັບຊາບບັນດາຜົນສໍາເລັດໃນການພັດທະນາເສດຖະກິດຂອງປະເທດຊາດ, ເປັນຕົ້ນແມ່ນ ໃນ 8 ເດືອນຜ່ານມາ.

        ກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ - ລັດເຊຍ, ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການເມືອງ, ວັດທະນະທໍາ, ວິທະຍາສາດ, ການສຶກສາ ເຊິ່ງສອງປະເທດບັນລຸໄດ້. ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ເນັ້ນໜັກກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ເຊື່ອໝັ້ນວ່າ ສອງປະເທດ ຈະຜ່ານຜ່າຄວາມຫຍຸ້ງຍາກ ເພື່ອບັນລຸຄາດໝາຍກ່ຽວກັບການແລກປ່ຽນການຄ້າ ແມ່ນ 10 ຕື້ USD ໃນປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ