ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຊີນລາ

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຊີນລາ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ດັ້ງ​ທິງອກ​ທິງ
ມອບຂອງຂວັນໃຫ້ ​ພໍ່​ແມ່​ປະຊາຊົນ ​ແຂວງ ​ເຊີນ​ລາ
(ພາບ: ເວີນໂຮ່)

(vovworld) – ​ຕອນ​ບ່າຍ​ວັນ​ທີ 12/01 ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ດັ້ງ​ທິງອກ​ທິ້ງ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ເຊີນ​ລາ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ​ປີ 2016 ​ແລະ ວຽກ​ງານ​ກະກຽມ​ຕ້ອນຮັບ​ບຸນ​ເຕັດ​ປີ​ລະກາ​ໃຫ້​ປະຊາຊົນ.ທີ່​ການ​ເຮັດ​ວຽກ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ຍ້ອງຍໍຊົມເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ ​ຊຶ່ງ​ແຂວງ ​ເຊີນ​ລາ ບັນລຸ​​ໄດ້​ໃນ​ທຸກ​ຂົງ​ເຂດ​ໃນ​ປີຜ່ານມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຜະ​ລິດ​ກະສິກຳ; ປະຕິບັດ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຄົນ​ທີ່​ທຸກ​ຍາກ; ວຽກງານ​ສຶກສາ, ຄວາມໝັ້ນຄົງ…​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເຊີນ​ລາ ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທ່າ​ແຮງ, ສຸມ​ໃສ່​ຫັນປ່ຽນ​ໂຄງປະກອບ​ເສດຖະກິດ, ຍູ້​ແຮງ​ການ​ກໍ່ສ້າງ​ຊົນນະບົດ​. ພິ​ເສດ ​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ 2017 ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ຂອງ​ແຂວງ​ເຊີນ​ລາ ຄວນ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້​ພໍ່​ແມ່​ປະຊາຊົນໄດ້ຕ້ອນຮັບບຸນເຕັດ, ພິ​ເສດ​ແມ່ນ​ບັນດາ​ຄອບ​ຄົວ​ນະ​ໂຍບາຍ, ​ຜູ້ດ້ອຍໂອກາດ ຄອບຄົວທຸກ​ຍາກ.

 

ຂ່າວ/ບົດ​ອື່ນ