ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອັກ​ທິ້ງ ອວຍ​ພອນ​ວັນ ຄຼິດ​ສະ​ມາດ ຢູ່​ສະ​ມາ​ຄົມ​ສາ​ສະ​ໜາໂປຣແຕສຕັງ ຫ​ວຽດ​ນາມ (ພາກ​ໃຕ້)

(VOVWORLD) -ທ່ານນາງດັ້ງທິງອັກທິ້ງ ໄດ້ອວຍພອນຜູ້ມີ ຍົດສັກຕຳແໜ່ງແລະ ສາສະນີກະຊົນຂອງ ສະມາຄົມສາສະໜາໂປຣແຕສຕັງ ວັນຄຼິດສະມາດ ແລະ ປີໃໝ່ຈົ່ງມີຄວາມຢູ່ເຢັນເປັນສຸກ ແລະ ເບີກບານມ່ວນຊື່ນ
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອັກ​ທິ້ງ ອວຍ​ພອນ​ວັນ ຄຼິດ​ສະ​ມາດ ຢູ່​ສະ​ມາ​ຄົມ​ສາ​ສະ​ໜາໂປຣແຕສຕັງ ຫ​ວຽດ​ນາມ (ພາກ​ໃຕ້) - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ມອບຊໍ່ດອກໄມ້ໃຫ້ຜູ້ຕາງໜ້າ

ສະມາຄົມສາສະໜາໂປຣແຕສຕັງ ຫວຽດນາມ ເນື່ອງໃນໂອກາດວັນຄຼິດສະມາດ (ພາບ: nhandan.com.vn)

ວັນທີ 19 ທັນວາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງໄດ້ໄປຢ້ຽມຢາມ ແລະ ອວຍພອນວັນ ຄຼິດສະມາດ ຢູ່ສະມາຄົມສາສະໜາໂປຣແຕສຕັງ ຫວຽດນາມ (ພາກໃຕ້) ແລະ ຄຸນພໍ່ ທ໊າຍເຈືອກເຈື່ອງ ຫົວໜ້າສະມາຄົມ ສາສະໜາໂປຣແຕສຕັງ. ຕາງໜ້າການນຳພັກ, ລັດ, ທ່ານນາງດັ້ງທິງອັກທິ້ງ ໄດ້ອວຍພອນຜູ້ມີ ຍົດສັກຕຳແໜ່ງແລະ ສາສະນີກະຊົນຂອງ ສະມາຄົມສາສະໜາໂປຣແຕສຕັງ ວັນຄຼິດສະມາດ ແລະ ປີໃໝ່ຈົ່ງມີຄວາມຢູ່ເຢັນເປັນສຸກ ແລະ ເບີກບານມ່ວນຊື່ນ. ທ່ານນາງ ດັ້ງທິງອັກທິ້ງ ໃຫ້ຮູ້ວ່າ:

        ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ຢູ່ 34 ແຂວງ, ນະຄອນ, ການເຄື່ອນໄຫວທາງສາສະໜາຂອງສະມາຄົມຍັງຮັກສາໄດ້ ແບບແຜນ, ສາສະນີກະຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງລັດ ໄດ້ເປັນຢ່າງດີ, ຜູ້ມີຍົດສັກ, ມີຕຳແໜ່ງທາງສາສະໜາຫຼາຍຄົນໄດ້ເຂົ້າຮ່ວມການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມທຸກຂັ້ນ. ພວກຂ້າພະເຈົ້າກໍ່ຕີລາຄາສູງທີ່ສຸດຕໍ່ການເຄື່ອນໄຫວຂອງສະມາຄົມສາສະໜາໂປຣແຕສຕັງ.

ຕອບກັບ

ຂ່າວ/ບົດ​ອື່ນ