ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມເວທີປາໄສແມ່ຍິງອາຊີ-ເອີລົບຄັ້ງທີ 2

(VOVWORLD) -ເວທີປາໄສແມ່ຍິງອາຊີ-ເອີລົບຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ແມ່ຍິງ ເພື່ອຄວາມໝັ້ນຄົງທົ່ວໂລກ ແລະ ການພັດທະນາແບບຍືນຍົງ” ເຊິ່ງດຳເນີນຢູ່ນະຄອນ St Petersburg, ສະຫະພັນລັດເຊຍ ໃນລະຫວ່າງວັນທີ 19 – 22 ກັນຍາ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມເວທີປາໄສແມ່ຍິງອາຊີ-ເອີລົບຄັ້ງທີ 2 - ảnh 1 (ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກ່າວປາໄສ)

ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ນຳໜ້າເຂົ້າຮ່ວມເວທີປາໄສ ແລະ ມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະໃນວັນທີ 20 ກັນຍາ.

        ໃນບົດກ່າວປາໄສ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຕີລາຄາສູງບັນດາການປະກອບສ່ວນຂອງເວທີປາໄສແມ່ຍິງອາຊີ - ເອີລົບ ໃນການເຊື່ອມຕໍ່ກັບແມ່ຍິງຢູ່ບັນດາປະເທດ, ບັນດາພື້ນຖານວັດທະນະທຳອາຊີ - ເອີລົບ ທີ່ແຕກຕ່າງກັນ, ມານະພະຍາຍາມຊຸກຍູ້ບົດບາດຂອງແມ່ຍິງໃນທຸກຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນສຳຄັນເຂົ້າໃນການສ້າງໂລກແຫ່ງສັນຕິພາບ, ໝັ້ນຄົງ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

        ເມື່ອແບ່ງປັນກ່ຽວກັບການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງຢູ່ຫວຽດນາມ, ທ່ານນາງຮອງປະທານປະເທດຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າຄື: ອັດຕາສ່ວນແມ່ຍິງເປັນສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນລ້ວນແຕ່ບັນລຸ 26 – 27%, ອັດຕາສ່ວນແມ່ຍິງເຂົ້າຮ່ວມການເຄື່ອນໄຫວທາງດ້ານເສດຖະກິດບັນລຸ 85%, ແມ່ຍິງໄດ້ຮັບການບຳລຸງສ້າງວິຊາຊີບບັນລຸກວ່າ 55%... ແມ່ຍິງຫວຽດນາມ ນັບມື້ນັບເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ startup ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຮຽກຮ້ອງໃຫ້ແມ່ຍິງນຳໜ້າໃນເລື່ອງຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ ແລະ ຮ່ວມມືກັບສາກົນ; ແຕ່ລະປະເທດຄວນຖືເປັນສຳຄັນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເພີ່ມກາລະໂອກາດໃຫ້ແກ່ແມ່ຍິງ ແມ່ນໜຶ່ງໃນບັນດາໜ້າທີ່ບຸລິມະສິດຕື່ມອີກ…  ທ່ານນາງຮອງປະທານປະເທດ ກໍ່ຮຽກຮ້ອງໃຫ້ແມ່ຍິງໃນທົ່ວໂລກເປີດກວ້າງການຮ່ວມມື ເພື່ອສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ໂຄງການດຳເນີນງານ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ