ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພົບປະເຈລະຈາກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind

(VOVWORLD) -ຕອນບ່າຍວັນທີ 13 ກຸມພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind.
ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພົບປະເຈລະຈາກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind - ảnh 1 ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພົບປະເຈລະຈາກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind (ພາບ: TTXVN)

ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຮັກສາການພົບປະແລກປ່ຽນ ແລະ ການພົບປະຂັ້ນສູງປະຈຳປີ, ກໍ່ຄືບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ; ສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ໜັງສືສັນຍາທີ່ໄດ້ລົງນາມເປັນຢ່າງດີ; ສົ່ງເສີມວິສາຫະກິດສອງປະເທດ ເພີ່ມທະວີການຮ່ວມມື, ທຳມາຫາກິນ, ເປີດກ້ວາງການລົງທຶນໃນບັນດາຂົງເຂດໃໝ່ເຊິ່ງ ອິນເດຍ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

ສອງຝ່າຍກໍ່ເຫັນດີເປັນເອກະພາບມອບໝາຍໃຫ້ບັນດາກະຊວງ, ຂະແໜງການສອງປະເທດສືບຕໍ່ແລກປ່ຽນ, ແກ້ໄຂບັນດາຂໍ້ຄົງຄ້າງໃນດ້ານການຄ້າ ແລະ ການລົງທຶນແນໃສ່ບັນລຸເປົ້າໝາຍການຄ້າສອງສົ້ນທີ່ໄດ້ວາງອອກ 15 ຕື້ USD ໃນປີນີ້ໂດຍໄວ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ບັນລຸໄດ້ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ໂດຍໄວ, ມີພາວະວິໄສ, ຮອບດ້ານ, ຮັບປະກັນຜົນປະໂຫຍດຂອງ ຝ່າຍທີ່ກ່ຽວຂ້ອງທັງໝົດ.

ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກໍ່ໄດ້ໄປຢ້ຽມຢາມ ພະນັກງານພາລະກອນສະຖານທູດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ