ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງລົງເຮັດວຽກຢູ່ແຂວງແທັງຮ໊ວາ

(VOVWORLD) -ວັນທີ 13 ສິງຫາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ມີການເຮັດວຽກຢູ່ແຂວງແທັງຮ໊ວາ.

ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງລົງເຮັດວຽກຢູ່ແຂວງແທັງຮ໊ວາ - ảnh 1 ທ່ານນາງຮອງປະທານປະເທດໄດ້ມອບເງິນ 200 ລ້ານດົ່ງ

ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຖືກນ້ຳຖ້ວມຂອງແຂວງແທັງຮ໊ວາ

(ພາບ: dantri.com.vn)

ເມື່ອແບ່ງປັນບັນດາຄວາມເສຍຫາຍຂອງທ້ອງຖິ່ນພາຍຫຼັງຝົນຕົກ, ນ້ຳຖ້ວມ, ທ່ານນາງຮອງປະທານປະເທດ ໄດ້ຊີ້ນຳວ່າ, ໃນຊຸມມື້ຈະມາເຖິງການນຳແຂວງຄວນສືບຕໍ່ເອົາໃຈໃສ່, ຜັນຂະຫຍາຍວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ, ມີບັນດາມາດຕະການແກ້ໄຂເພື່ອຊ່ວຍໃຫ້ປະຊາຊົນຢູ່ເຂດຖືກນ້ຳຖ້ວມກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ, ສ້າງຕັ້ງພື້ນຖານໂຄງລ່າງຄືນໃໝ່, ພັດທະນາການຜະລິດ…

        ກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງແຂວງແທັງຮ໊ວາ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ການປ່ຽນແປງ, ການພັດທະນາຢ່າງວ່ອງໄວຂອງແຂວງຜ່ານບັນດາກິດຈະກຳ, ພື້ນຖານໂຄງລ່າງ, ທາງຄົມມະນາຄົມ…

        ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດໄດ້ມອບເງິນ 200 ລ້ານດົ່ງໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຖືກນ້ຳຖ້ວມຂອງແຂວງແທັງຮ໊ວາ ແລະ ມອບຂອງຂວັນຫຼາຍພູດໃຫ້ນັກຮຽນຢູ່ເຂດຖືກນ້ຳຖ້ວມເພື່ອຊື້ເຄື່ອງຂອງຮັບໃຊ້ການຮຽນ, ກະກຽມໃຫ້ສົກຮຽນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ