ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຮ່າໂນ້ຍ

(VOVWORLD) - ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຕາແສງ ຖຸ້ຍເຄ ຍາມໃດກໍ່ແມ່ນຫົວໜ່ວຍນຳໜ້າຢູ່ເມືອງ ໄຕໂຮ່ ກ່ຽວກັບການຜັນຂະຫຍາຍມູນເຊື້ອສາມັກຄີຂອງແນວໂຮມປະເທດຊາດ
ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຮ່າໂນ້ຍ - ảnh 1 ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ທີ່ງານບຸນ

ຕອນຄ່ຳວັນທີ 11 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2018), ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ເຂດຊຸມຊົນເລກທີ 9 ແລະ ເຂດຊຸມຊົນເລກທີ 10 ຂຶ້ນກັບຕາແສງ ຖຸ້ຍເຄ, ເມືອງ ໄຕໂຮ່, ນະຄອນຮ່າໂນ້ຍ.

        ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຕາແສງ ຖຸ້ຍເຄ ຍາມໃດກໍ່ແມ່ນຫົວໜ່ວຍນຳໜ້າຢູ່ເມືອງ ໄຕໂຮ່ ກ່ຽວກັບການຜັນຂະຫຍາຍມູນເຊື້ອສາມັກຄີຂອງແນວໂຮມປະເທດຊາດ, ປະຕິບັດຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ກໍ່ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວດີເດັ່ນ, ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ຕອບກັບ

ຂ່າວ/ບົດ​ອື່ນ