ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ປະ​ກາດໃກ້​ຈະ​ເອົາ​ຊະ​ນະ​ຕໍ່ Hamas

(VOVWORLD) - ວັນທີ 8 ກຸມພາ, ຄະນະຜູ້ແທນຂອງ Hamas ໂດຍເຈົ້າໜ້າທີ່ຂັ້ນສູງ Khalil Al-Hayya ນຳໜ້າ ໄດ້ເດີນທາງໄປຮອດ Cairo ເພື່ອດຳເນີນການເຈລະຈາກັບ ອີຢີບ ແລະ ກາຕາ ກ່ຽວກັບຄຳສັ່ງຢຸດຍິງສະບັບໜຶ່ງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ປະ​ກາດໃກ້​ຈະ​ເອົາ​ຊະ​ນະ​ຕໍ່ Hamas - ảnh 1

(ພາບ: THX/TTXVN)

    ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວໃນຄ່ຳຄືນວັນທີ 7 ກຸມພາ, ທ່ານນນຍົກຍົກລັດຖະມົນຕີ Israel Benjamin Netanyahu ປະກາດວ່າ “ໃຈ້ຈະເອົາຊະນະຢ່າງສິ້ນເຊິງ ແລະ ໄຊຊະນະຢູ່ໃນກຳມືແລ້ວ” ໃນເວລາພຽງ 2,3 ເດືອນເທົ່ານັ້ນ. ຕາມການນຳທ່ານນີ້ແລ້ວ, ກອງທັບ Israel ຍາດໄດ້ບັັນດາໄຊະນະ “ບໍ່ຄີຍມີມາກ່ອນ” ແລະ ກໍ່ຄວາມເສຍຫາຍອັນໜັກໜ່ວງໃຫ້ແກ່ Hamas. ທ່ານ Netanyahu ຢືນຢັນວ່າ ກຳລັງປ້ອງກັນຕົວ Israel (IDF) ໃກ້ຈະຄວບຄຸມນະຄອນ Khan Yunis ໄດ້ ແລະ ທ່ານໄດ້ອອກຄຳສັ່ງ ໃຫ້ກຳລັງທະຫານ ເລີ່ມບຸກເຂົ້າກຳແພງສຸດທ້າຍຂອງ Hamas ທີ່ເທດສະບານເມືອງ Rafah.  ໃນເຫດການທີ່ກ່ຽວຂ້ອງ, ໃນການປະຊຸມຂ່າວເມື່ອວັນທີ 7 ກຸມພາ, ທ່ານ Osama Hamdan - ເຈົ້າໜ້າທີ່ຂັ້ນສູງຂອງ Hamas ໃຫ້ຮູ້ວ່າ ວັນທີ 8 ກຸມພາ, ຄະນະຜູ້ແທນຂອງ Hamas ໂດຍເຈົ້າໜ້າທີ່ຂັ້ນສູງ Khalil Al-Hayya ນຳໜ້າ ໄດ້ເດີນທາງໄປຮອດ Cairo ເພື່ອດຳເນີນການເຈລະຈາກັບ ອີຢີບ ແລະ ກາຕາ ກ່ຽວກັບຄຳສັ່ງຢຸດຍິງສະບັບໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ